ອີຣານ ແລະ ອາຊຽນ ຈະລົງນາມໃນຂໍ້ຕົກລົງຮ່ວມມື

(VOVWORLD) -        ວັນທີ 21 ກໍລະກົດ,ສື່ມວນຊົນແຫ່ງລັດ ອີຣານ ໄດ້ໃຫ້ຂ່າວວ່າ ອີຣານ ຈະລົງນາມໃນຂໍ້ຕົກລົງຮ່ວມມືກັບອາຊຽນ. 
ອີຣານ ແລະ ອາຊຽນ ຈະລົງນາມໃນຂໍ້ຕົກລົງຮ່ວມມື - ảnh 1 (ພາບປະກອບ: baonghean.vn)

ການກະທໍາດັ່ງກ່າວ ອາດຈະປະກອບສ່ວນສ້າງກົນໄກຮ່ວມມືເສດຖະກິດເປີດກວ້າງກວ່າ ລະຫວ່່າງບັນດາປະເທດທີ່ມີແຫຼ່ງນໍ້າມັນບໍ່ທີ່ຮັ່ງມີນີ້ ກັບພາກພື້ນອາຊຽນ. ສື່ມວນຊົນອີຣານໄດ້ຄັດສະເໜີຄໍາປາໄສຂອງທ່ານ Ong Keng Yong ເອກອັກຄະລັດຖະທູດສິງກະໂປປະຈໍາອີຣານ, ທີ່ຖືວ່າ ຂໍ້ຕົກລົງສະບັບດັ່ງກ່າວ ຈະໄດ້ລົງນາມທີ່ກອງປະຊຸມຂັ້ນລັດຖະມົນຕີການຕ່າງປະເທດຂອງອາຊຽນ ຈະມາເຖິງ. ຕາມທ່ານເອກອັກຄະລັດຖະທູດສິງກະໂປແລ້ວ, ທ່ານ Mohammad Javad Zarif ລັດຖະມົນຕີການຕ່າງປະເທດອີຣານ ຈະເຂົ້າຮ່ວມການລົງນາມໃນເອກະສານສະບັບດັ່ງກ່າວ ທີ່ກອງປະຊຸມ ເຊິ່ງຄາດວ່າຈະໄດ້ຈັດຂຶ້ນຢູ່ສິງກະໂປ ໃນວັນທີ 30 ກໍລະກົດ. ປັດຈຸບັນ, ສິງກະໂປ ພວມດໍາລົງຕໍາແໜ່ງເປັນປະທານໝູນວຽນອາຊຽນ ປີ 2018.

ຕອບກັບ

ຂ່າວ/ບົດ​ອື່ນ