ອີ​ຣານ ແລະ ອາ​ຣັບ​ບິ ຊະ​ອຸ​ດິ ເຊື່ອມ​ຕໍ່​ການ​ພົວ​ພ​ັນ​ດ້ານ​ການ​ຄ້າ

(VOVWORLD) -ການເຄື່ອນໄຫວການຄ້າ ລະຫວ່າງ ອີຣານ ແລະ ອາຣັບບີ ຊະອຸດິ ໄດ້ເຊື່ອມຕໍ່ຄືນໃໝ່ ໃນສະພາບການສອງປະເທດຢູ່ເຂດຕາເວັນອອກກາງນີ້ ພວມເພີ່ມລະດັບຄວາມໄວຫັນການພົວພັນເປັນປົກກະຕິ ພາຍຫຼັງທີ່ບັນລຸໄດ້ຂໍ້ຕົກລົງເມື່ອເດືອນແລ້ວນີ້. 
ອີ​ຣານ ແລະ ອາ​ຣັບ​ບິ ຊະ​ອຸ​ດິ ເຊື່ອມ​ຕໍ່​ການ​ພົວ​ພ​ັນ​ດ້ານ​ການ​ຄ້າ - ảnh 1ທ່ານລັດຖະມົນຕີກະຊວງຂົວທາງ ແລະ ພັດທະນາຕົວເມືອງ ອີຣານ Mehrdad Bazrpash (ພາບ: TTXVN)

ວັນທີ 25 ເມສາ, ເຈົ້າໜ້າທີ່ທ່ານໜຶ່ງຂອງ ອີຣານ ໄດ້ແຈ້ງໃຫ້ຊາບວ່າ ການເຄື່ອນໄຫວການຄ້າ ລະຫວ່າງ ອີຣານ ແລະ ອາຣັບບີ ຊະອຸດິ ໄດ້ເຊື່ອມຕໍ່ຄືນໃໝ່ ໃນສະພາບການສອງປະເທດຢູ່ເຂດຕາເວັນອອກກາງນີ້ ພວມເພີ່ມລະດັບຄວາມໄວຫັນການພົວພັນເປັນປົກກະຕິ ພາຍຫຼັງທີ່ບັນລຸໄດ້ຂໍ້ຕົກລົງເມື່ອເດືອນແລ້ວນີ້.  ຕາມສຳນັກຂ່າວສານ IRNA, ທ່ານລັດຖະມົນຕີກະຊວງອຸດສາຫະກຳ, ຂຸດຄົ້ນບໍ່ແຮ່ ແລະ ການຄ້າ ອີຣານ Reza Fatemi – Amin ໄດ້ຍົກອອກຖະແຫຼງການດັ່ງກ່າວ. ວັນທີ 23 ເມສາ, ທ່ານລັດຖະມົນຕີກະຊວງຂົວທາງ ແລະ ພັດທະນາຕົວເມືອງ ອີຣານ Mehrdad Bazrpash ກໍໃຫ້ຮູ້ວ່າ ເຕເຮຣານ ໄດ້ຮັບຂໍ້ສະເໜີແນະຈາກ Riyadh ກ່ຽວກັບການປະຕິບັດ 3 ຖ້ຽວບິນລະຫວ່າງສອງປະເທດ ໃນທຸກໆອາທິດ, ໂດຍບໍ່ໄລ່ບັນດາຖ້ຽວບິນໃນໄລຍະດຳເນີນເທດສະການ Haji.

ຕອບກັບ

ຂ່າວ/ບົດ​ອື່ນ