ອີຣານກະຕຸກຊຸກຍູ້ອາເມລິກາປະຕິບັດຂໍ້ຕົກລົງນິວເຄຼຍຢ່າງເຂັ້ມງວດ

ອີຣານກະຕຸກຊຸກຍູ້ອາເມລິກາປະຕິບັດຂໍ້ຕົກລົງນິວເຄຼຍຢ່າງເຂັ້ມງວດ - ảnh 1
ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປ​ະ​ເທດ​ອີ​ຣານ Mohammad Javad Zarif
(ພາບ​ປະ​ກອບ: THX/TTXVN)

(vovworld) – ​ວັນ​ທີ 05/06, ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປ​ະ​ເທດ​ອີ​ຣານ Mohammad Javad Zarif ໄດ້​ອອ​ກ​ສຽງ​ຕຳ​ໜິ​ຕິ​ຕຽນ​ອາ​ເມ​ລິ​ກາ ໂຈະ​ການ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ນິວ​ເຄຼຍ​ລະ​ຫວ່າງ​ອີ​ຣານ ແລະ ກຸມ P5+1 (ລວມ​ມີ: ອາ​ເມ​ລິ​ກາ, ອັງ​ກິດ, ຝ​ລັ່ງ, ລັດ​ເຊຍ, ຈີນ ແລະ ເຢຍ​ລະ​ມັນ) ພ້ອມ​ທັງຮຽກ​ຮ້ອງ​ໃຫ້ ວ​ໍ​ຊິ​ງ​ຕັນ ມີ​ບັນ​ດາ​ບາດ​ກ້າວ​​ຢ່າງ​ເຂັ້ມ​ງ​ວດ​ໃນ​ບັນ​ຫານີ້. ກ່​ອນ​ໜ້ານັ້ນ, ໃນ​ບັນ​ດາ​ການ​ກ່າວ​ຄຳ​ເຫັນ​ເມື່ອ​ເດືອນ 05 ຜ່ານ​ມາ, ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອີ​ຣານ ກໍ​​ໄດ້ອອກ​ສຽງ​ຮ​ຽກ​ຮ້ອງ​ໃຫ້​ອ​ຳ​ນາດ​ການ​ປົກ​ຄອງ​ອາ​ເມ​ລິກ​າ ປະ​ຕິ​ບັດ​ບັນ​ດາ​ມາ​ດ​ຕະ​ການ​ຕົວ​ຈິງ ​​ໄປພ້ອມ​ກັບ​ບັນ​ດ​າ​ຄຳ​ຖະ​ແຫຼງ​ດ້ວຍ​ຄຳເວົ້​າ​ສຳ​ລັບ​ຂໍ້​ຕົກ​ລົງ​ນິວ​ເຄຼຍ.

ຂ່າວ/ບົດ​ອື່ນ