ອີຣານກ່າວຫາຝ່າຍຕາເວັນຕົກ“ລ້ຽງດູ”ລັດທິກໍ່ການຮ້າຍ

ອີຣານກ່າວຫາຝ່າຍຕາເວັນຕົກ“ລ້ຽງດູ”ລັດທິກໍ່ການຮ້າຍ - ảnh 1
ພະ​ຄາ​ດີ​ນັນ​ອີ​ຣານ Ali Khamenei
(ພາບ​ປະ​ກອບ: AFP)

(vovworld) - ​ກ່າວ​ຄຳ​ເຫັນ​ທີ່​ພິ​ທີ Eid al Fitr (ພິ​ທີ​ສິ້ນ​ສຸດ​ເດືອນ Ramadan ຂອງ​ຊາວມຸດ​ສະ​ລິມ) ຢູ່​ນະ​ຄອນ​ຫຼວງ ເຕ​ເຣ​ຣານ ໃນ​ວັນ​ທີ 06/07, ພະ​ຄາ​ດີ​ນັນ​ອີ​ຣານ Ali Khamenei ຖະ​ແຫຼງວ່າ, ວັນ​ບູນ Eid al Fitr ຢູ່​ບາງ​ປະ​ເທດ​ອິດ​ສະ​ລາມ​ປີນີ້ ຖືກ​ພວກກໍ່​ການ​ຮ້າຍ​ຫັນ​ເປັນ​​ພິ​ທີງານ​ສົບ​. ບັນ​ດາ​ໂທດ​ກຳ​ຄື​ແນວນັ້ນ​ແມ່ນ​ຜົນ​ສະ​ທ້ອນ​ຂອງ​ການ​ກະ​ທຳ “ລ້ຽງ​ດູ” ​ລັດ​ທິກໍ່​ການ​ຮ້າຍ​ໂດຍ​ບັນ​ດາ​ອົງ​ການ​​ສືບ​ລາ​ຊະ​ການ​ລັບ​ຂອ​ງ​ອາ​ເມ​ລິ​ກາ, ອິດ​ສະ​ຣາ​ແອນ ແລະ ອັງ​ກິດ ດຳ​ເນີນ. ທ່ານ​ກ່າວ​ເຕືອນ​ບັນ​ດາ​ອິດ​ທິ​ກຳ​ລັງ​ທີ່​ສ້າງ​ການກໍ່​ການ​ຮ້າຍ​ກໍ​ຈະ​ບໍ່​ສາ​ມາດ “​ຍົກ​ເວັ້ນ” ແລະ ບໍ່​ຫຼີິກ​ລ້ຽງ​ບັນ​ດາ​ຜົນ​ສະ​ທ້ອນ​ຈາກການ​ກະ​ທຳກໍ່​ການ​ຮ້າຍ​ໄດ້. ເນື່ອງ​ໃນ​ໂອ​ກາດ​ນີ້ ພະ​ຄາ​ດີ​ນັນ​ອີ​ຣານ Ali Khamenei ກໍ​ໄດ້​ກ່າວ​ປະ​ນາມ​ບັນ​ດາ​ເຫດ​ບຸກ​ໂຈມ​ຕ​ີຢ​ູ່​ບັນ​ດາ​ປະ​ເທດ​ອິ​ດ​ສະ​ລາມ, ເຊິ່ງ​ເຮັ​ດ​ໃຫ້​ສາ​ມັນ​ຊົນ​ນັບ​ຮ້ອຍ​ຄົນ​ເສຍ​ຊີ​ວິດ ແລະ ຮັບ​ບາດ​ເຈັບ.

ຂ່າວ/ບົດ​ອື່ນ