ອີ​ຣ​ານ​ກ່າວ​ເຕືອນ​ສືບ​ຕໍ່ຫຼຸດ​ຜ່ອນ​ຄຳ​ໝັ້ນ​ສັນ​ຍາ​ຖ້າ EU ບໍ່​ຮັກ​ສາ​ຄຳສັນ​ຍາ

(VOVWORLD) - ຕາມສຳນັກຂ່າວສານ Fars ຂອງ ອີຣານ ແລ້ວ, ທ່ານ  Mojtaba Zolnour ໄດ້ຊີ້ແຈ້ງວ່າ: “ໃນກໍລະນີ EU ບໍ່ປະຕິບັດບັນດາຄຳໝັ້ນສັນຍາຂອງເຂົາເຈົ້າໃນເວລາກຳນົດ 60 ວັນນັ້ນ, ອີຣານ ຈະປະຕິບັດບາດກ້າວທີ 3 ຢ່າງແຮງ”.
ອີ​ຣ​ານ​ກ່າວ​ເຕືອນ​ສືບ​ຕໍ່ຫຼຸດ​ຜ່ອນ​ຄຳ​ໝັ້ນ​ສັນ​ຍາ​ຖ້າ EU ບໍ່​ຮັກ​ສາ​ຄຳສັນ​ຍາ - ảnh 1ຮາກຖານນິວເຄຼຍ Nantanz ຂອງ ອີຣານ (ພາບ: AFP/TTXVN) 

ວັນທີ 11 ກໍລະກົດ, ທ່ານ Mojtaba Zolnour ປະທານຄະນະກຳມະການຄວາມໝັ້ນຄົງແຫ່ງຊາດ ແລະ ນະໂຍບາຍການຕ່າງປະເທດຂຶ້ນກັບສະພາແຫ່ງຊາດ ອີຣານ ໄດ້ກ່າວເຕືອນວ່າ ຖ້າບັນດາປະເທດສະຫະພາບ ເອີລົບ (Eu) ບໍ່ປະຕິບັດບັນດາຄຳໝັ້ນສັນຍາຂອງເຂົາເຈົ້າຕາມຂໍ້ຕົກລົງນິວເຄຼຍແລ້ວ, ເຕເຮຣານ ຈະຍົກອອກບັນດາບາດກ້າວຢ່າງແຮງກ່ວາອີກເພື່ອຫຼຸດຜ່ອນບັນດາພັນທະຂອງປະເທດນີ້.

        ຕາມສຳນັກຂ່າວສານ Fars ຂອງ ອີຣານ ແລ້ວ, ທ່ານ  Mojtaba Zolnour ໄດ້ຊີ້ແຈ້ງວ່າ: “ໃນກໍລະນີ EU ບໍ່ປະຕິບັດບັນດາຄຳໝັ້ນສັນຍາຂອງເຂົາເຈົ້າໃນເວລາກຳນົດ 60 ວັນນັ້ນ, ອີຣານ ຈະປະຕິບັດບາດກ້າວທີ 3 ຢ່າງແຮງ”.

        ແລະກໍ່ໃນວັນດຽວກັນ, ທ່ານ Mohammad Javad Zarif ລັດຖະມົນການຕ່າງປະເທດ ອີຣານ ໄດ້ຢັ້ງຢືນວ່າ ຈະບໍ່ມີການເຈລະຈາໃດກັບ ອາເມລິກາ ຖ້າບັນດາຄຳສັ່ງລົງໂທດຍັງບໍ່ທັນຖືກຍົກເລີກ.

ຕອບກັບ

ຂ່າວ/ບົດ​ອື່ນ