ອີຣານຕຳຫນິຕິຕຽນບັນດາກຳລັງພາຍນອກໄດ້ຫນູນຫລັງການຈະລາຈົນ

(VOVWORLD) -ວັນທີ 6 ມັງກອນ, ສຳນັກຂ່າວສານ IRNA ຂອງ ອີຣານ ໄດ້ໃຫ້ຂ່າວວ່າ: ສະພາສິດທິມະນຸດສູງສຸດ, ອົງການສິດທິມະນຸດແຫ່ງຊາດຂຶ້ນກັບລັດຖະບານ ອີຣານ ໄດ້ຕຳຫນິຕິຕຽນລັດ ແລະ ອົງການສິດທິມະນຸດຈຳນວນຫນຶ່ງຂອງຕ່າງປະເທດ ທີ່ໄດ້ສະຫນັບສະຫນູນບັນດາເປົ້າໝາຍເຂົ້າຮ່ວມການແຫ່ຂະບວນປະທ້ວງກໍ່ການຈະລາຈົນ 

ອີຣານຕຳຫນິຕິຕຽນບັນດາກຳລັງພາຍນອກໄດ້ຫນູນຫລັງການຈະລາຈົນ - ảnh 1

ການແຫ່ຂະບວນປະທ້ວງສະຫນັບສະຫນູນລັດຖະບານ ຢູ່ ເຕເຣຮານ 

ພາບ: vietnam+

ພ້ອມທັງຖືວ່າ ນີ້ແມ່ນການກະທຳແຊກແຊງເຂົ້າວຽກງານພາຍໃນຂອງ ອີຣານ. ຕາມ ສຳນັກຂ່າວສານ IRNA ແລ້ວ, ອີຣານ ໃຫ້ຄຳໝັ້ນສັນຍາປົກປ້ອງສິດຂອງປະຊາຊົນໃນການຈັດຕັ້ງບັນດາການເຕົ້າໂຮມໂດຍສັນຕິ, ປົກປັກຮັກສາຄວາມສະຫງົບປອດໄພໃຫ້ແກ່ປະຊາຊົນຕໍ່ບັນດາການກະທຳໃຊ້ຄວາມຮຸນແຮງ. ກ່ອນຫນ້ານັ້ນ ອຳນາດການປົກຄອງ ເຕເຣຣານ ຢັ້ງຢືນວ່າ ກະແສຟອງແຫ່ຂະບວນປະທ້ວງໄດ້ເກີດຂຶ້ນຢູ່ ອີຣານ ແມ່ນເລີ່ມມາຈາກບັນດາບັນຫາຍັງຄົງຄ້າງຢູ່ພາຍໃນປະເທດ ພ້ອມກັບການແຊກແຊງຈາກພາຍນອດ, ພິເສດ ແມ່ນອາເມລິກາ, ອິດສະຣາແອນ ແລະ ຊາອຸດີ ອາຣັບບີ. 

ຕອບກັບ

ຂ່າວ/ບົດ​ອື່ນ