ອີ​ຣາ​ນ​ຢັ້ງ​ຢືນວ່າ​ອາ​ເມ​ລ​ິ​ກາ​ບໍ່​ມີ​ສິດ​ແກ່​ຍາວ​ຄຳ​ສັ່ງຂວ້ຳບາດດ້ານອາ​ວຸດ​ຂອງ ສ​ປ​ຊ

(VOVWORLD) -  ທ່ານ Majid Takht Ravanchi ເອກອັກຄະລັດຖະທູດ ອີີຣານປະຈຳ ສປຊ ໄດ້ປະກາດວ່າ ເລື່ອງອາເມລິກາຮຽກຮ້ອງໃຫ້ແກ່ຍາວຄຳສັ່ງຂວໍ້າບາດດ້ານອາວຸດຂອງ ສະພາຄວາມໝັ້ນຄົງ ສປຊທີ່ແນໃສ່ອີຣານແມ່ນ ບໍ່ສອດຄ່ອງກັບກົດໝາຍສາກົນ.
ອີ​ຣາ​ນ​ຢັ້ງ​ຢືນວ່າ​ອາ​ເມ​ລ​ິ​ກາ​ບໍ່​ມີ​ສິດ​ແກ່​ຍາວ​ຄຳ​ສັ່ງຂວ້ຳບາດດ້ານອາ​ວຸດ​ຂອງ ສ​ປ​ຊ - ảnh 1ທ່ານ Majid Takht Ravanchi ເອກອັກຄະລັດຖະທູດ ອີີຣານປະຈຳ ສປຊ (ພາບ: Tehran Times/TTXVN)

ທ່ານ Majid Takht Ravanchi ຊີ້ແຈ້ງວ່າ ສປຊມີຄວາມຜິດພາດເມື່ອເຊື່ອໝັ້ນວ່າ ວໍຊິງຕັນຍັງມີສິດຟື້ນຟູບັນດາມາດຕະການລົງໂທດທີ່ແນໃສ່ ເຕເຮຣານຕາມມະຕິເລກທີ 2231ຂອງ ສະພາຄວາມໝັ້ນຄົງ ສປຊ.

        ຕາມມະຕິ ເລກທີ 2231, ຄຳສັ່ງຂວໍ້າບາດດ້ານອາວຸດສຳລັບອີຣານຈະຖືກຍົກເລີກໃນເດືອນຕຸລາ ປີ 2020. ເຖິງຢ່າງໃດກໍ່ຕາມ, ອາເມລິກາໃຫ້ຮູ້ວ່າ ປະເທດນີ້ພວມຊັ່ງຊາທຸກໆຄວາມອາດສະມາດ ເພື່ອແນໃສ່ຟື້ນຟູຄຳສັ່ງດັ່ງກ່າວຂອງສະພາຄວາມໝັ້ນຄົງ ສປຊ, ຕາມນັ້ນແລ້ວຫ້າມຂາຍອາວຸດທົ່ວໄປໃຫ້ແກ່ອີຣານ.

ຕອບກັບ

ຂ່າວ/ບົດ​ອື່ນ