ອີຣານຢືນຢັນຄືນໃໝ່ການປະຕິບັດບັນດາຄຳໝັ້ນສັນຍາຕາມຂໍ້ຕົກລົງນິວເຄຼຍ

(VOVWORLD) -ກ່າວຄຳເຫັນໃນການຢ້ຽມຢາມອິນເດຍ, ວັນທີ 17 ກຸມພາ, ທ່ານປະທານາທິບໍດີອີຣານ Hassan Rouhani ຢືນຢັນວ່າ, ປະເທດນີ້ຈະສືບຕໍ່ປະຕິບັດທຸກຄຳໝັ້ນສັນຍາ ຕາມຂໍ້ຕົກລົງເຊິ່ງເຕເຮຣານ ແລະ ກຸ່ມ P5+1 (ເຊິ່ງລວມມີ: ອັງກິດ, ຝລັ່ງ, ລັດເຊຍ, ອາເມລິກາ, ຈີນ ແລະ ເຢຍລະມັນ) ລົງນາມ ເມື່ອປີ 2015

ອີຣານຢືນຢັນຄືນໃໝ່ການປະຕິບັດບັນດາຄຳໝັ້ນສັນຍາຕາມຂໍ້ຕົກລົງນິວເຄຼຍ - ảnh 1 ທ່ານປະທານາທິບໍດີອີຣານ Hassan Rouhani

(ພາບ:  AFP/TTXVN)

ຫຼືຍັງເອີ້ນວ່າ ແຜນການກະທຳລວມຮອບດ້ານ (JCPOA). ທ່ານ Rouhani ກໍກ່າວເຕືອນວ່າ, ອາເມລິກາ ຈະມີຄວາມເສຍດາຍຖ້າຫາກລະເມີດ JCPOA.

        ຄຳຖະແຫຼງດັ່ງກ່າວຂອງທ່ານປະທານາທິບໍດີ Rouhani ໄດ້ຍົກອອກມາ ໃນສະພາບການທີ່ ທ່ານປະທານາທິບໍດີອາເມລິກາ Donald Trump ພວມນາບຂູ່ຖອນອອກຈາກຂໍ້ຕົກລົງນິວເຄຼຍປະຫວັດສາດນີ້ ແລະ ຈັດວາງບັນດາຄຳສັ່ງລົງໂທດຄືນໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ