ອີຣານຮຽກຮ້ອງໃຫ້ຝລັ່ງຟື້ນຟູການຮ່ວມມືໃນຂົງເຂດທະນາຄານແລະນ້ຳມັນບໍ່

(VOVWORLD) -ທ່ານ Hassan Rouhani ຢືນຢັນວ່າ, ອີຣານ ໃຫ້ຄຳໝັ້ນສັນຍາສົມທົບກັບບັນດາຄວາມມານະພະຍາຍາມຂອງເອີລົບ ແລະ ບັນດາເຂດອື່ນ ເພື່ອແນໃສ່ກອບກູ້ເອົາ JCPOA
ອີຣານຮຽກຮ້ອງໃຫ້ຝລັ່ງຟື້ນຟູການຮ່ວມມືໃນຂົງເຂດທະນາຄານແລະນ້ຳມັນບໍ່ - ảnh 1(ພາບປະກອບ: Wall Street Journal)

ວັນທີ 06 ສິງຫາ, ທ່ານປະທານາທິບໍດີອີຣານ Hassan Rouhani ຖະແຫຼງວ່າ, ເລື່ອງຟື້ນຟູການຮ່ວມມືໃນຂົງເຂດທະນາຄານ ແລະ ອຸດສາຫະກຳນ້ຳມັນບໍ່ແມ່ນບັນດາສິ່ງທີ່ເຕເຮຣານ ພວມລໍຄອຍຢູ່ໃນລະດັບຕ່ຳສຸດ ຕາມຂໍ້ຕົກລົງນິວເຄຼຍສາກົນເຊິ່ງອີຣານ ໄດ້ລົງນາມເມື່ອປີ 2015 ກັບກຸ່ມ P5+1 (ລວມມີ 5 ປະເທດປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະ ເຢຍລະມັນ) ຫຼື ເອີ້ນວ່າແຜນການກະທຳລວມຮອບດ້ານ (JCPOA).

        ກ່າວຄຳເຫັນໃນການໂອ້ລົມທາງໂທລະສັບກັບຄູ່ຕຳແໜ່ງຝລັ່ງ Emmanuel Macron, ທ່ານ Hassan Rouhani ຢືນຢັນວ່າ, ອີຣານ ໃຫ້ຄຳໝັ້ນສັນຍາສົມທົບກັບບັນດາຄວາມມານະພະຍາຍາມຂອງເອີລົບ ແລະ ບັນດາເຂດອື່ນ ເພື່ອແນໃສ່ກອບກູ້ເອົາ JCPOA ເຊິ່ງອາເມລິກາ ໄດ້ຖອນຕົວອອກເມື່ອເດືອນ ພຶດສະພາ ປີ 2018. ອີຣານ ຖືການຟື້ນຟູການຮ່ວມມືກັບໂລກກ່ຽວກັບຂົງເຂດທະນາຄານ ແລະ ການສົ່ງອອກນ້ຳມັນແມ່ນບັນດາສິດທາງດ້ານເສດຖະກິດ “ພື້ນຖານ” ຂອງປະເທດນີ້.

        ສ່ວນທ່ານປະທານາທິບໍດີຝລັ່ງ Emmanuel Macron ໄດ້ຢ້ຳຄືນບັນດາຄຳໝັ້ນສັນຍາຂອງຝລັ່ງ ກ່ຽວກັບການສະໜັບສະໜູນ JCPOA ແລະ ພວມມານະພະຍາຍາມຊອກຫາມາດຕະການແກ້ໄຂທີ່ອາດຈະມີຜົນປະໂຫຍດໃຫ້ທັງອີຣານ ແລະ ໄດ້ຮັບຄວາມເຫັນດີຈາກບັນດາປະເທດເຂົ້າຮ່ວມຂໍ້ຕົກລົງກັບເຕເຮຣານ.

ຕອບກັບ

ຂ່າວ/ບົດ​ອື່ນ