ອີຣານແລະກຸ່ມP5+1ບັນລຸໄດ້ຂໍ້ຕົກລົງປະຫວັດສາດ

ອີຣານແລະກຸ່ມP5+1ບັນລຸໄດ້ຂໍ້ຕົກລົງປະຫວັດສາດ - ảnh 1

ຜູ້ຕາງໜ້າອີຣານ ແລະ 6 ປະເທ
(ພາບ: Reuters)

(vovworld) - ພາຍຫຼັງ 11 ປີ ​ແລະ ການ​ເຈລະຈາ ​ແລະ 18 ວັນ​ແຫ່ງ​ການເຈລະຈາດ່ວນ ​ແລະ ​ເຄັ່ງ​ຕຶງ​ຢູ່​ນະຄອນຫຼວງ ວຽນ, ປະ​ເທດ​ອົດ​ຕະລິດ, ວັນ​ທີ 14/7, ອີຣານ​ແລະ​ກຸ່ມP5+1 (​ເຊິ່ງລວມມີ​ອາ​ເມ​ລິ​ກາ, ລັດ​ເຊຍ, ຈີນ, ຝລັ່ງ, ອັງ​ກິດ ​ແລະ ​ເຢັຍລະ​ມັນ) ບັນລຸ​ໄດ້​ຂໍ້​ຕົກລົງ “​ປະຫວັດສາດ”. ຕາມ​ຂໍ້​ຕົກລົງ​ດັ່ງກ່າວ, ບັນດາ​ມາດ​ຕະການ​ລົງ​ໂທດ​ເຊິ່ງອາ​ເມ​ລິ​ກາ, ພັນທະ​ພາບ​ເອີ​ລົບ (ອີ​ຢູ), ສະຫະ​ປະຊາ​ຊາດ (ສປຊ) ທີ່​ຈັດ​ວາງ​ຕໍ່​ລັດ​ອິດສະ​ລາມ​ນີ້ ຈະ​ຖືກ​ຍຸບ​ເລີກ, ​ແທນ​ທີ່​ນັ້ນ, ອີຣານຈະ​ຕ້ອງ​ຮັບ​ຮູ້​ຈຳກັດໂຄງການ​ພັດທະນານິວຄະ​ເລຍ ​ເຊິ່ງຝ່າຍ​ຕາ​ເວັນ​ຕົກ​ສົງ​ໃສ​ວ່າ ​ເພື່ອ​ຈຸດປະສົງ​ຜະລິດ​ລະ​ເບີດ. ອີຣານຈະ​ອະນຸຍາດ​ໃຫ້​ບັນດາ​ນັກ​ກວດກາ ສປຊ ມາຕິດຕາມກວດກາ​ບັນດາ​ຮາກ​ຖານ​ການ​ທະຫານ. ຄຳ​ສັ່ງ​ລົງ​ໂທດ​ອາດ​ຈະ​ຟື້ນ​ຟູ​ຄືນ​ໃໝ່​​ໃນ​ຮອບ​ເວລາ 65 ວັນ, ຖ້າ​ຫາກ​ອີຣານລະ​ເມີດ​ຂໍ້​ຕົກລົງ​ເຊິ່ງ​ໄດ້​ຮັບ​ການ​ເຫັນ​ດີ​ເປັນ​ເອກະ​ພາບ​ກັບ 6 ປະ​ເທດ​ມະຫາ​ອຳນາດ​ຢູ່​ໃນ​ໂລກ, ຄຽງ​ຂ້າງ​ນັ້ນ, ຄຳ​ສັ່ງ​ຂວຳ້​ບາດ​ອາວຸດ​ຂອງ ສປຊ ສືບ​ຕໍ່​ຮັກສາ​ໄວ້​ໃນ​ໄລຍະ 5 ປີ ​ແລະ ຄຳ​ສັ່ງ​ຫ້າມ​ອີຣານຊື້​ເຕັກ​ໂນ​ໂລ​ຢີລະ​ເບີດ​ນຳ​ວິ​ຖື ຈະ​ຮັກສາ​ໄວ້​ໃນ​ໄລຍະ 8 ປີ ອີກ. ຂໍ້​ຕົກລົງ​ລະຫວ່າງ​ອີຣານ ​ແລະ P 5+1 ຈະ​ເລີ່​ມມີ​ຜົນ​ສັກສິດ​ພາຍຫຼັງ 90 ວັນ, ນັບ​ແຕ່​ສະພາ​ຄວາມ​ໝັ້ນຄົງ ສປຊ ອອກ​ມະຕິ​ຮັບ​ຮູ້​ຂໍ້​ຕົກລົງ​ນີ້.

ຂ່າວ/ບົດ​ອື່ນ