ອວຍພອນຜູ້ມີ ຍົດຖາບັນດາສັກ ໃນໂອກາດວັນບຸນ ຄຼິດສມາດ 2012

ອວຍພອນຜູ້ມີ ຍົດຖາບັນດາສັກ ໃນໂອກາດວັນບຸນ ຄຼິດສມາດ 2012 - ảnh 1
ການເຄື່ອນໄຫວຢ້ຽມຢາມຜູ້ມີ​ຍົດ​ຖາ​ບັນດາສັກເນື່ອງໃນ​ໂອກາດ​ວັນ​ບຸນຄຼິດສມາດ 2012 ໄດ້ຖືກດຳເນີນຢູ່ຫຼາຍທ້ອງຖິ່ນຂອງຫວຽດນາມ
(ພາບ: internet)


(VOV)-​​ ເນື່ອງໃນ​ໂອກາດ​ວັນ​ບຸນຄຼິດສມາດ 2012: ການ​ນຳ​ແຂວງ​ນະຄອນ​ຈຳນວນ​ໜຶ່ງ​ໃນ​ທົ່ວ​ປະ​ເທດ​ໄດ້​ໄປ​ຢ້ຽມຢາມ, ພົບ​ປະ​ກັບ​ຜູ້ມີ​ຍົດ​ຖາ​ບັນດາສັກ​. ຢູ່​ແຂວງ​ອານ​ຢາງ, ທ່ານ​ເຢືອງກວກ​ຊວນ, ຮອງ​ຫົວໜ້າ​ຄະນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ທາງ​ພາກ​ໃຕ້​ຫວຽດນາມ ໄດ້​ໄປ​ຢ້ຽມຢາມ ​ແລະ ອວຍພອນຜູ້ມີ​ຍົດຖາ​ບັນດາສັກ​ຢູ່​ສຳນັກສັງຄະ​ລາດ, ​ໂບດ ​ແລະ ສຳນັກ​ຂ່າວ​ປະ​ເສີດ​ລອງ​ຊວຽນ ​ແຂວງ​ອານ​ຢາງ. ທ່ານ​ເຢືອງກວກ​ຊວນ ປາດ​ຖະໜາ​ວ່າ​ໃນ​ໄລຍະ​ຈະ​ມາ​ເຖິງ, ບັນດາຜູ້ມີ​ຍົດ​ຖາ​ບັນດາສັກຈະ​ພ້ອມ​ກັບ​ປະຊາຊົນຊາວ​ຄຼິດ, ຂ່າວ​ປະ​ເສີດ​ສືບ​ຕໍ່​ປະກອບ​ສ່ວນຢ່າງ​ແທດ​ຈິງເຂົ້າ​ໃນ​ບັນດາຂະ​ບວນການ​ແຂ່ງຂັນ​ຮັກຊາດ, ​ເສີມ​ຂະຫຍາຍ​ນ້ຳ​ໃຈ​ມະຫາສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ. ​ແລະ ກໍ່​ໃນ​ວັນ​ທີ 18/12, ການ​ນຳ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ກວາງ​ນາມ ​ໄດ້​ຈັດການ​ພົບ​ປະ​ສ້າງສັນ​ກັບບັນດາຜູ້ມີ​ຍົດ​ຖາ​ບັນດາສັກ, ຄຸນ​ພໍ່​ດີ​ເດັ່ນ​ຕາງໜ້າ​ໃຫ້​ຊາວ​ຄິຼດ​ໃນ​ບໍລິ​ເວນ​ແຂວງ. ຜູ້ຕາງໜ້າຜູ້ມີ​ຍົດ​ຖາ​ບັນດາສັກ​ໄດ້​ສະ​ແດ​ງຄວາມ​ຮູ້​ບຸນຄຸນ​ຢ່າງ​ເລິກ​​ເຊິ່ງຕໍ່​ພັກ, ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ຊື່​ງ​ໄດ້​ເອົາ​ໃຈ​ໃສ່, ຍົກ​ສູງຊີວິດ​ດ້ານ​ວັດຖຸ, ຈິດ​ໃຈ​ໃຫ​ແກ່​ປະຊາ​ຄົມ​ຊາວ​ຄຼິດກໍ່​ຄື​ສ້າງ​ທຸກ​ເງື່ອ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່ຜູ້ມີ​ຍົດ​ຖາ​ບັນດາສັກ, ຊາວ​ຄຼິດ​ໃນ​ບໍລິ​ເວນ​ແຂວງ​ກວາງ​ນາມ ​ໄດ້​ດຳ​ເນີນ​ຊີວິດ​ສາສະໜາ​ຢ່າງ​​ເສລີ.

 

ຂ່າວ/ບົດ​ອື່ນ