ອອກເຄື່ອນພົນການເຄື່ອນໄຫວ “ ປັນຍາຊົນໜຸ່ມສະໝັກໃຈເຂົ້າຮ່ວມສ້າງໂຄງປະກອບຂະແໜງກະສີກຳຄືນໃໝ່ ” ປີ 2018

(VOVWORLD) -ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ ໄດ້ຈັດພິທີ ອອກເຄື່ອນພົນການເຄື່ອນໄຫວ “ ປັນຍາຊົນໜຸ່ມສະໝັກໃຈເຂົ້າຮ່ວມສ້າງໂຄງປະກອບຂະແໜງກະສີກຳຄືນໃໝ່ ” ປີ 2018 
ອອກເຄື່ອນພົນການເຄື່ອນໄຫວ “ ປັນຍາຊົນໜຸ່ມສະໝັກໃຈເຂົ້າຮ່ວມສ້າງໂຄງປະກອບຂະແໜງກະສີກຳຄືນໃໝ່ ” ປີ 2018 - ảnh 1 ພິທີ ອອກເຄື່ອນພົນການເຄື່ອນໄຫວ “ ປັນຍາຊົນໜຸ່ມສະໝັກໃຈເຂົ້າຮ່ວມສ້າງໂຄງປະກອບຂະແໜງກະສີກຳຄືນໃໝ່ ” ປີ 2018

ວັນທີ 8 ກໍລະກົດ, ຢູ່ເມືອງຟູ່ເລື່ອງ ແຂວງ ທ້າຍງວຽນ, ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ ໄດ້ຈັດພິທີ ອອກເຄື່ອນພົນການເຄື່ອນໄຫວ “ ປັນຍາຊົນໜຸ່ມສະໝັກໃຈເຂົ້າຮ່ວມສ້າງໂຄງປະກອບຂະແໜງກະສີກຳຄືນໃໝ່ ” ປີ 2018 ໂດຍມີການເຂົ້າຮ່ວມຂອງຊາວໜຸ່ມ, ໄວໜຸ່ມກວ່າ 300 ຄົນໃນແຂວງທ້າຍງວຽນ.  ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວຕອບສະໜອງຂະບວນການ “ ໄວໜຸ່ມຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃໝ່ ” ໂດຍສູນກາງຄະນະຊາວໜຸ່ມປຸກລະດົມ.

      ທີ່ພິທີອອກເຄື່ອນພົນ, ສູນກາງຄະນະຊາວໜຸ່ມໄດ້ເລືອກເຟັ້ນ ແລະ ສະເໜີໂຕ 10 ກອງປັນຍາຊົນວິທະຍາສາດໜຸ່ມສະໝັກໃຈ ເຂົ້າຮ່ວມສ້າງໂຄງປະກອບຂະແໜງກະສີກຳຄືນໃໝ່ເພື່ອຊີ້ນຳໃນບັ້ນເຄື່ອນໄຫວລະດູຮ້ອນ 2018.

    ພາຍຫຼັງພິທີອອກເຄື່ອນພົນ, ມີການເຄື່ອນໄຫວຫຼາຍຢ່າງທີ່ມີຄວາມໝາຍແທດຈິງ ໄດ້ຖືກຜັນຂະຫຍາຍຄື: ກວດສຸຂະພາບ ແລະ ໃຫ້ຄຳປຶກສາໃນການເບິ່ງແຍງສຸຂະພາບແກ່ປະຊາຊົນ, ເຮັດອະນາໄມສິ່ງແວດລ້ອມ…. 

ຕອບກັບ

ຂ່າວ/ບົດ​ອື່ນ