ອະດີດນາຍົກລັດຖະມົນຕີ-ພົນເອກ ສີສະຫວາດ ແກ້ວບຸນພັນ ເຖິງແກ່ມໍລະນະກຳ

(VOVWORLD) -ທ່ານພົນເອກ ສີສະຫວາດ ແກ້ວບຸນພັນ, ອະດີດນາຍົກລັດຖະມົນຕີລາວ, ອະດີດປະທານສູນກາງແນວລາວສ້າງຊາດ, ໄດ້ເຖິງແກ່ມໍລະນະກຳໃນວັນທີ 12 ພຶດສະພາ,ລວມອາຍຸ 92 ປີ.
ອະດີດນາຍົກລັດຖະມົນຕີ-ພົນເອກ ສີສະຫວາດ ແກ້ວບຸນພັນ ເຖິງແກ່ມໍລະນະກຳ - ảnh 1 (ທ່ານພົນເອກ ສີສະຫວາດ ແກ້ວບຸນພັນ)

ທ່ານພົນເອກ ສີສະຫວາດ ແກ້ວບຸນພັນ (01 ພຶດສະພາ 1928 – 12 ພຶດສະພາ 2020), ບ້ານເກີດ ຫ້ວຍກະລຶມ, ຕາແສງ ເມືອງປົວ, ແຂວງຫົວພັນ, ໃນຄອບຄົວເປັນຊາວກະສິກອນ. ຕອນອາຍຸ 20 ປີ, ທ່ານໄດ້ເຂົ້າຮ່ວມກອງທັບ ລາດຊະວົງ, ຕົ້ນກຳເນີດຂອງກອງທັບປະຊາຊົນລາວ ເພື່ອຕໍ່ສູ້ຍາດເອົາເອກະລາດມາໃຫ້ປະເທດຊາດຈາກກຳມືພວກລ່າເມືອງຂຶ້ນຝລັ່ງ ແລະ ຈັກກະພັດອາເມລິກາ. ພົນເອກ ສີສະຫວາດ ແກ້ວບຸນພັນ, ແມ່ນໜຶ່ງໃນບັນດາຜູ້ທຳອິດທີ່ໄດ້ກໍ່ຕັ້ງພື້ນຖານໃຫ້ແກ່ເລື່ອງສ້າງກອງທັບປະຊາຊົນລາວ. ທ່ານເຄີຍດຳລົງຕຳແໜ່ງເປັນເສນາທິການໃຫຍ່ກອງທັບປະຊາຊົນລາວ; ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ; ລັດຖະມົນຕີກະຊວງພາຍໃນ; ເຈົ້າຄອງນະຄອນຫຼວງວຽງຈັນ; ລັດຖະມົນຕີກະຊວງກະສິກຳປ່າໄມ້; ນາຍົກລັດຖະມົນຕີ, ປະທານຄະນະກຳມະການສູນກາງແນວລາວສ້າງຊາດ ແລະ ອອກພັກຜ່ອນຮັບເບ້ຍບຳນານເມື່ອປີ 2011.

        ວັນທີ 12 ພຶດສະພາ, ສື່ມວນຊົນລາວ ໄດ້ລົງຫຼາຍບົດຂຽນໂດຍຢືນຢັນວ່າ: “ພົນເອກ ສີສະຫວາດ ແກ້ວບຸນພັນ, ເຖິງແກ່ມໍລະນະກຳ, ປະເທດລາວ ຖືກສູນເສຍນັກວິລະຊົນທີ່ຍິ່ງໃຫຍ່ຂອງຊາດຜູ້ຫນຶ່ງ”.


ຕອບກັບ

ຂ່າວ/ບົດ​ອື່ນ