ອະດິດລັດຖະມົນຕີການຕ່າງປະເທດອີຢິບຮັບດຳລົງຕຳແໜ່ງເປັນເລາທິການໃຫຍ່ສະຫະພັນອາຣັບ

ອະດິດລັດຖະມົນຕີການຕ່າງປະເທດອີຢິບຮັບດຳລົງຕຳແໜ່ງເປັນເລາທິການໃຫຍ່ສະຫະພັນອາຣັບ - ảnh 1
ທ່ານ​ອະ​ດິດລັດຖະມົນຕີ​ການ​ຕ່າງປະ​ເທດ ອີ​ຢິບ Ahmad Abu Al Gheit
(ພາບ: ສຳນັກຂ່າວສານຊີນຮວາ/ສຳນັກຂ່າວສານ ຫວຽດນາມ)

(vovworld) –  ວັນ​ທີ 3/7, ທ່ານ​ອະ​ດິດລັດຖະມົນຕີ​ການ​ຕ່າງປະ​ເທດ ອີ​ຢິບ Ahmad Abu Al Gheit ​​ໄດ້ກາຍ​ເປັນ​ເລ​ຂາ​ທິການ​ໃຫຍ່​ຜູ້​ທີ 8 ຂອງ​ສະຫະພັນ ອາຣັບ (AL), ​ແທນ​ໃຫ້​ທ່ານ Nabil El Araby ຢ່າງ​ເປັນ​ທາງ​ການ. ​ໃນ​ວັນ​ເຮັດ​ວຽກ​ທຳ​ອິດ​ໃນ​ຖານະ​ຕຳ​ແໜ່​ງ​ໃໝ່​ຢູ່​ສຳນັກງານ AL ທີ່​ນະຄອນຫຼວງ ກາຍ​ໂຣ ປະ​ເທດ ອີ​ຢິບ, ທ່ານ Ahmad Abu Al Gheit ມີ​ການ​ພົບ​ປະ​ກັບ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອີ​ຢິບ Sameh Shukry, ​ໃນ​ນັ້ນ​ມີ​ການ​ແລກປ່ຽນ​ທັດສະນະ​ກ່ຽວ​ກັບ​ສະພາບ​ການ​ປະຈຸ​ບັນ​ໃນ​ໂລກ ອາຣັບ, ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ວຽກ​ງານ​ກະ​ກຽມ​ໃຫ້​ແກ່​ກອງ​ປະຊຸມ​ສຸ​ດຍອດ​ປະຈຳ​ປີ​ຂອງ AL, ​ເຊິ່ງຄາດ​ວ່າ​ຈະ​ດຳ​ເນີນ​ໃນ​ເດືອນ​ນີ້​ຢູູ່ Mauritania. ທ່ານ​ເລຂາ​ທິການ​ໃຫຍ່ Ahmad Abu Al Gheit ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ຊຸກຍູ້​ການ​ເຄື່ອນ​ໄຫວ​ຂອງ​ອົງການ​ພາກ​ພື້ນ​ນີ້​ກ່ວາ​ອີກ.​ ​


ຂ່າວ/ບົດ​ອື່ນ