ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ຫວຽດ​ນາມ​ແບບ​ຍືນ​ຍົງ

(VOVWORLD) - ໜ້າທີ່ຕົ້ນຕໍຂອງໂຄງການ ແມ່ນສ້າງການວາງແຜນຜັງການອະນຸລັກຮັກສາ, ບູລະນະປະຕິສັງຂອນ, ຟື້ນຟູບັນດາມໍລະກົດສຳເລັດ ຊື່ງໄດ້ຮັບການຮັບຮູ້ຈາກອົງການ UNESCO.
ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ຫວຽດ​ນາມ​ແບບ​ຍືນ​ຍົງ - ảnh 1

 (ພາບ:TTXVN)

   ທ່ານນາຍົກລັດຖະມົນຕີ ຫາກໍ່ເຊັ່ນອະນຸມັດໂຄງການ ອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳ ຫວຽດນາມ ແບບຍືນຍົງ ໄລຍະ 2021 – 2025 . ເປົ້າໝາຍຂອງໂຄງການແມ່ນເພື່ອແນໃສ່ ອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າບັນດາມໍລະດົກ, ກິດຈະກຳທີ່ມີຄຸນຄ່າດີເດັ່ນຂອງຊາດ, ມີຄວາມໝາຍດ້ານການເມືອງ, ວັດທະນະທຳ, ປະຫວັດສາດ, ມູນເຊື້ອທີ່ເປັນເອກະລັກສະເພາະ, ປະກອບສ່ວນສ້າງ, ພັດທະນາວັດທະນະທຳ, ຊາວ ຫວຽດນາມ ເພື່ອການພັດທະນາແບບຍືນຍົງຂອງປະເທດຊາດ.

   ໜ້າທີ່ຕົ້ນຕໍຂອງໂຄງການ ແມ່ນສ້າງການວາງແຜນຜັງການອະນຸລັກຮັກສາ, ບູລະນະປະຕິສັງຂອນ, ຟື້ນຟູບັນດາມໍລະກົດສຳເລັດ ຊື່ງໄດ້ຮັບການຮັບຮູ້ຈາກອົງການ UNESCO. ຄຽງຄູ່ກັນນັ້ນ, ໂຄງການມີໜ້າທີ່ຜັນຂະຫຍາຍການໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ໃນມໍລະດົກວັດທະນະທຳ, ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດມໍລະດົກວັດທະນະທຳ; ໂຄສະນາ, ແນະນຳ, ໂຄສະນາມໍລະດົກວັດທະນະທຳຢູ່ພາຍໃນ ແລະ ຕ່າງປະເທດ

ຕອບກັບ

ຂ່າວ/ບົດ​ອື່ນ