ອາ​ຊຽນ - ຈີນ ດຳ​ເນີນ​ການ​ຝືກ​ຊ້ອມໜູນ​ຊ່ວຍ​ດ້ານ​ມະ​ນຸດ​ສະ​ທຳ ແລະ ຊ່ວຍ​ເຫຼືອ​ດ້ານ​ໄພ​ທຳ​ມະ​ຊາດ

(VOVWORLD) - ການຝືກຊ້ອມ ໄດ້ຈັດຂຶ້ນດ້ວຍການເຂົ້າຮ່ວມຂອງກຳລັງປະສົມ, ເປັນຕົ້ນແມ່ນປະຕິບັດການເຄື່ອນໄຫວຝືກຊ້ອມໂດຍກົງ ແລະ ປຶກສາຫາລືໂຕະມົນກ່ຽວກັບວຽກງານໜູນຊ່ວຍດ້ານມະນຸດສະທຳ ແລະ ຫຼຸດຜ່ອນຜົນຕາມມາຈາກໄພທຳມະຊາດ
ອາ​ຊຽນ - ຈີນ ດຳ​ເນີນ​ການ​ຝືກ​ຊ້ອມໜູນ​ຊ່ວຍ​ດ້ານ​ມະ​ນຸດ​ສະ​ທຳ ແລະ ຊ່ວຍ​ເຫຼືອ​ດ້ານ​ໄພ​ທຳ​ມະ​ຊາດ - ảnh 1ທ່ານໂຄສົກກະຊວງປ້ອງກັນປະເທດຈີນ ຈາງ ຊາວກັງ (Zhang Xiaogang) (ພາບ: mod.gov.cn)

ຈີນຈະຈັດສົ່ງທະຫານສັງກັດກຳລັງກອງທັບປົດປ່ອຍປະຊາຊົນຈີນ (PLA) ໄປຍັງນະຄອນ Yogyakarta ຂອງ Indonesia ເພື່ອເຂົ້າຮ່ວມການຝືກຊ້ອມໂດຍກຸ່ມນັກຊ່ຽວຊານໜູນຊ່ວຍມະນຸດສະທຳ ແລະ ຊ່ວຍເຫຼືອດ້ານມະນຸດສະທຳ ຈັດຂຶ້ນຢູ່ນອກກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ເປີດກວ້າງ (ADMM+) ໃນລະຫວ່າງວັນທີ 14 – 21 ຕຸລາ.

ກ່າວຄຳເຫັນທີ່ການຖະແຫຼງຂ່າວທີ່ໄດ້ດຳເນີນໃນວັນທີ 13 ຕຸລາ, ຢູ່ນະຄອນຫຼວງ ປັກກິ່ງ, ທ່ານໂຄສົກກະຊວງປ້ອງກັນປະເທດຈີນ ຈາງ ຊາວກັງ (Zhang Xiaogang) ຊີ້ແຈ້ງວ່າ ການຝືກຊ້ອມ ໄດ້ຈັດຂຶ້ນດ້ວຍການເຂົ້າຮ່ວມຂອງກຳລັງປະສົມ, ເປັນຕົ້ນແມ່ນປະຕິບັດການເຄື່ອນໄຫວຝືກຊ້ອມໂດຍກົງ ແລະ ປຶກສາຫາລືໂຕະມົນກ່ຽວກັບວຽກງານໜູນຊ່ວຍດ້ານມະນຸດສະທຳ ແລະ ຫຼຸດຜ່ອນຜົນຕາມມາຈາກໄພທຳມະຊາດ ດ້ວຍກໍລະນີສົມມຸດຖານເກີດມີໄພທຳມະຊາດທີ່ຮ້າຍແຮງ, ພ້ອມທັງດຳເນີນການປຶກສາຫາລື ແລະ ແລກປ່ຽນທີ່ມີລັກສະນະວິຊາສະເພາະໃນບັນດາຂົງເຂດທີ່ກ່ຽວຂ້ອງ.

ຕອບກັບ

ຂ່າວ/ບົດ​ອື່ນ