ອາຊຽນ ຈະປະຕິບັດສຳເລັດຂໍ້ຕົກລົງກ່ຽວກັບລະບົບນິເວດຂອງລົດໄຟຟ້າຢູ່ກອງປະຊຸມສຸດຍອດຄັ້ງທີ 42

(VOVWORLD) - ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42 ຈະຈັດຂຶ້ນແຕ່ວັນທີ 9 – 11 ພຶດສະພາ ຢູ່ Labuan Bajo, ປະເທດ ອິນໂດເນເຊຍ. ຕາມທ່ານລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ ແລ້ວ, ໃນກອງປະຊຸມກຸ່ມສະເພາະກິດຂັ້ນສູງກ່ຽວກັບການເຊື່ອມໂຍງເສດຖະກິດ

ວັນທີ 5 ເມສາ, ທ່ານ Retno Marsudi, ລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ ໃຫ້ຮູ້ວ່າ: ບັນດາປະເທດຈະປະຕິບັດສຳເລັດຂໍ້ຕົກລົງທີ່ກອງປະຊຸມສຸດຍອດສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໃນເດືອນໜ້າ, ລວມມີບັນດາຂໍ້ຕົກລົງກ່ຽວກັບການພັດທະນາລະບົບນິເວດຂອງລົດໄຟຟ້າຢູ່ພາກພື້ນ. ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42 ຈະຈັດຂຶ້ນແຕ່ວັນທີ 9 – 11 ພຶດສະພາ ຢູ່ Labuan Bajo, ປະເທດ ອິນໂດເນເຊຍ. ຕາມທ່ານລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ ແລ້ວ, ໃນກອງປະຊຸມກຸ່ມສະເພາະກິດຂັ້ນສູງກ່ຽວກັບການເຊື່ອມໂຍງເສດຖະກິດ, ບັນດາປະເທດ ອາຊຽນ ບັນລຸໄດ້ຂໍ້ຕົກລົງສ້າງລະບົບຊີວະພາບໜູນຊ່ວຍລົດໄຟຟ້າໃນພາກພື້ນ. ບັນດາປະເທດຈະສ້າງຂໍ້ຕົກລົງດັ່ງກ່າວສຳເລັດທີ່ກອງປະຊຸມສຸດຍອດໃນເດືອນພຶດສະພາຈະມາເຖິງ.

        ດ້ວຍຫົວຂໍ້ຂອງອາຍຸການເປັນປະທານ ອາຊຽນ 2023 ແມ່ນ “ຂອບຂະໜາດ ອາຊຽນ - ຈຸດສຸມຂອງການເຕີບໂຕ”, ອິນໂດເນເຊຍ ພວມສຸມໃສ່ 3 ບຸລິມະສິດ, ເຊິ່ງລວມມີບັນດາບັນຫາຂອງ ອາຂຽນ, ຈຸດສຸມຂອງການເຕີບໂຕ ແລະ ການປະຕິບັດວິໄສທັດຂອງ ອາຊຽນ ກ່ຽວກັບ ມະຫາສະໝຸດອິນເດຍ - ປາຊີຟິກ (AOIP).

ຕອບກັບ

ຂ່າວ/ບົດ​ອື່ນ