ອາ​ຊຽນ ແບ່ງ​ປັນ​ປະ​ສົບ​ການ​ເພີ່ມ​ທະ​ວີ​ການ​ເບິ່ງ​ແຍງ ແລະ ສຶກ​ສາ​ເດັກ​ຂັ້ນ​ອະ​ນຸ​ບານ

(VOVWORLD) -    ວັນທີ 14 ພຶດສະພາ, ຢູ່ນະຄອນຫຼວງ ວຽງຈັນ (ລາວ), ໄດ້ດຳເນີນເວທີປາໄສພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ກ່ຽວກັບການ “ຮັບປະກັນໃຫ້ເດັກຂັ້ນອະນຸບານໄດ້ຮັບການເບິ່ງແຍງ ແລະ ສຶກສາຢ່າງສະເໝີພາບ ແລະ ມີຄຸນນະພາບ”.
ອາ​ຊຽນ ແບ່ງ​ປັນ​ປະ​ສົບ​ການ​ເພີ່ມ​ທະ​ວີ​ການ​ເບິ່ງ​ແຍງ ແລະ ສຶກ​ສາ​ເດັກ​ຂັ້ນ​ອະ​ນຸ​ບານ - ảnh 1ບັນຍາກາດເວທີປາໄສ (ພາບ: TTXVN)

ທີ່ເວທີປາໄສ, ຜູ້ຕາງໜ້າຂອງບັນດາປະເທດສະມາຊິກ ອາຊຽນ ພ້ອມດ້ວຍບັນດານັກຊ່ຽວຊານ ແລະ ການນຳອົງການກ່ຽວກັບການເບິ່ງແຍງດູແລ ແລະ ສຶກສາເດັກຂັ້ນອະນຸບານ/ພັດທະນາໄວໃຫ້ເດັກອະນຸບານ (ECCE/ECD) ໃນພາກພື້ນ ແລະ ທົ່ວໂລກ ໄດ້ແບ່ງປັນບົດຮຽນ, ປະສົບການຕົວຈິງ, ກໍຄືບັນດານະໂຍບາຍໜູນຊ່ວຍການເບິ່ງແຍງ ແລະ ການສຶກສາຂັ້ນອະນຸບານ, ເພີ່ມທະວີເຄືອຂ່າຍເບິ່ງແຍງ ແລະ ສຶກສາຂັ້ນອະນຸບານ/ ພັດທະນາໄວໃຫ້ແກ່ເດັກຂັ້ນອະນຸບານ.

        ເວທີປາໄສດັ່ງກ່າວໄດ້ສຸມໃສ່ 4 ຫົວຂໍ້ຕົ້ນຕໍ, ເຊິ່ງລວມມີ: ເພີ່ມທະວີວິວັດການຫັນປ່ຽນຈາກການເບິ່ງແຍງ ແລະ ການສຶກສາຂັ້ນອະນຸບານ ມາການສຶກສາຂັ້ນປະຖົມ; ຜູ້ເບິ່ງແຍງ/ຄູສອນ ແລະ ຜູ້ປົກຄອງ; ການອຸປະຖຳແກ່ການເບິ່ງແຍງ ແລະ ການສຶກສາຂັ້ນອະນຸບານ ແລະ ການປ່ຽນແປງຂອງດິນຟ້າອາກາດ. ບັນດາຜູ້ແທນຖືວ່າ ການຮຽນໄວແມ່ນປັດໄຈສຳຄັນເພື່ອບັນລຸໄດ້ບັນດາເປົ້າໝາຍພັດທະນາແບບຍືນຍົງ (SDG) ຂອງ ສຊປ, ລະອຽດແມ່ນເປົ້າໝາຍ SDG 4.2 ບຸລິມະສິດຕໍ່ການຮຽນຂັ້ນອະນຸບານ.

ຕອບກັບ

ຂ່າວ/ບົດ​ອື່ນ