ອາຊຽນ ແລະ ຈີນ ຄວນພ້ອມກັນເຈລະຈາກ່ຽວກັບທະເລຕາເວັນອອກ

ອາຊຽນ ແລະ ຈີນ ຄວນພ້ອມກັນເຈລະຈາກ່ຽວກັບທະເລຕາເວັນອອກ - ảnh 1
(ພາບປະກອບ)
(vovworld) - ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແລະ ຈີນ ຕ້ອງ​ເຂົ້າ​ຮ່ວມ​ການ​ເຈລະ​ຈາ​ເພື່ອປຶກສາ​ຫາລື​​​ແກ້​ໄຂ​ບັນດາ​ບັນຫາ​ເຊິ່ງບັນດາ​ປະ​ເທດ​ພວມ​ປະ​ເຊີນ​ໜ້າ ທີ່​ກ່ຽວຂ້ອງ​ເຖິງ​ການ​ພິດ​ພາດ​ບົນ​ທະ​ເລ​ຕາ​ເວັນ​ອອກ. ນີ້​ແມ່ນ​ຄຳ​ຕັກ​ເຕື່ອນຂອງ​ຜູ້​ຊ່ວຍ​ວຽກ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ, ຮັບ​ຜິດ​ຊອບ​ບັນດາ​ບັນຫາ​ພາກ​ພື້ນ​ອາຊີ - ປາຊີ​ຝີ​ກ ທ່ານ Christopher R.Hill, ຖືກ​ຍົກ​ອອກ​ມາ​ໃນ​ບົດ​ກ່າວ​ປາ​ໄສ “ຄວາມ​ຕໍ່​ເລື່ອງ ​ແລະ ການ​ປ່ຽນ​ແປງ​ໃນ​ການ​ແຊກ​ແຊງ​ຂອງ​ອາ​ເມ​ລິ​ກາ ​ທີ່​ມີ​ຕໍ່​ອາຊີ” ຢູ່​ກອງ​ປະຊຸມ​ໂຕະມົນ​ອາຊີ - ປາຊີ​ຝີ​ກ ຄັ້ງ​ທີ 27, ຖືກ​ດຳ​ເນີນ​ໄປ​ຢູ່ Kuala Lumpur, ປະ​ເທດ​ມາ​ເລ​ເຊຍ ​ເມື່ອ​ວັນ​ທີ 04/06. ທ່ານ Christopher R.Hill ຖື​ວ່າ, ບັນດາ​ປະ​ເທດ​ກ່ຽວຂ້ອງ​ເຖິງ​ການ​ພິດ​ພາດ​ອະທິປະ​ໄຕ​ບົນ​ທະ​ເລ​ຕາ​ເວັນ​ອອກ ຄວນລະມັດລະວັງ​ຕໍ່ໜ້າສະພາບ​ການ, ປະຕິບັດ​ບັນດາ​ການ​ເຄື່ອນ​ໄຫວ​ຢ່າງ​ຕັ້ງໜ້າ ​ເພື່ອ​ແກ້​ໄຂ​ບັນຫາ 2 ຝ່າຍ, ແຕ່ບໍ່ໄດ້ຮັບຮອງເອົາບັນດາມາດຕະການສູ້ຢັນກັນ. ທ່ານ​ຢືນຢັນ​ວ່າ “ການ​ພິດ​ພາດ​ກັນໃນ​ການ​ເດີນ​ທະ​ເລ​ຕ້ອງ​ໄດ້​ແກ້​ໄຂ​ຜ່ານທາງ​ການ​ທູດ, ໝາຍ​ຄວາມວ່າ​ບັນດາ​ປະ​ເທດ​ທີ່​ກ່ຽວຂ້ອງ​ເຖິງ​ບັນຫາ​ດັ່ງກ່າວ​ຢູ່​ທະ​ເລ​ຕາ​ເວັນ​ອອກ ຕ້ອງ​ເຂົ້າ​ຮ່ວມ​ການ​ເຈລະຈາ”.
ຂ່າວ/ບົດ​ອື່ນ