ອາຊຽນ ແລະ ອິນເດຍ ຍູ້ແຮງການຮ່ວມມືດ້ານພະລັງງານ

ອາຊຽນ ແລະ ອິນເດຍ ຍູ້ແຮງການຮ່ວມມືດ້ານພະລັງງານ - ảnh 1

(ພາບ:vietnampuls.vn)

(VOV)- ວັນ​ທີ 7/11, ຢູ່​ນະຄອນຫຼວງ​ນິວ​ເດ​ລີ ​ໄດ້​ຈັດ​ກອງ​ປະຊຸມ​ຂັ້ນລັດຖະມົນຕີ​ອາ​ຊຽນ-ອິນ​ເດຍ ກ່ຽວ​ກັບພະລັງງານ​​ໃໝ່ ​ແລະ ​ພະລັງງານ​ຜະລິດ​ໃໝ່. ຄະນະ​ຜູ້​ແທນ​ຫວຽດນາມ ​ໂດຍ​ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ​ການ​ຄ້າ​ຫວຽດນາມ

​ເຈີ​ນກວກ​ແຄງ ນຳ​ໜ້າ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ. ກ່າວ​ຄຳ​ເຫັນ​​ໄຂ​ກອງ​ປະຊຸມ, ທ່ານ Farooq Abdullaah ລັດຖະມົນຕີ​ກະຊວງ​ພະ​ລັງງານ​ໃໝ່ ແລະ ​ພະລັງງານ​ຜະລິດ​ໃໝ່ອິ​ນເດຍ ​ເນັ້ນໜັກ​ວ່າ: ບັນດາ​ປະ​ເທດ​ອາ​ຊຽນ ຕ້ອງ​ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດການ​ຜະລິດ​ພະລັງງານ​ຄືນ​ໃໝ່ ​ເພື່ອ​ແນ​ໃສ່​ຫລຸດຜ່ອນ​ການ​ຂຶ້ນ​ກັບ​ແຫຼ່ງພະລັງງານຖ່ານ​ຫີນ ​ແລະ ນ້ຳມັນ, ກອງ​ປະຊຸມ​ເຫັນ​ດີ​ເປັນ​ເອກະສັນ​ຈະ​ເພີ່ມ​ທະວີ​ການ​ໂອ້​ລົມ​ສົນທະນາ, ​ແບ່ງປັນ​ເຕັກ​ໂນ​ໂລ​ຊີ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ອົງການກໍ່​ຄື ລະຫວ່າງ​ບັນດາ​ອົງການ​ອຸດ​ສາ​ຫະກຳ​ລະຫວ່າງ​ບັນດາ​ປະ​ເທດ​ອາ​ຊຽນ​ ​ແລະ ອິນ​ເດຍ. ປະຈຸ​ບັນ, ຫຼາຍ​ປະ​ເທດ​ອາ​ຊຽນ ປາດ​ຖະໜາ​ຢາກ​ຮ່ວມ​ມື​ກັບ​ອິນ​ເດຍ​ໃນ​ຂົງ​ເຂດ​ພະລັງງານ​​ແສງຕາ​ເວັນ, ພະລັງງານ​ແຮງ​ລົມ ​ແລະ ​ໄຟຟ້າ​ນຳຕົກ​ຂະໜາດ​ນ້ອຍ.

ຂ່າວ/ບົດ​ອື່ນ