(vovworld) - ຕາມແຈ້ງການທາງສື່ມວນຊົນເມື່ອວັນທີ 7/6, ລັດຖະມົນຕີກະຊວງທ່ອງທ່ຽວບັນດາປະເທດສະມາຊິກ ອາຊຽນ ເຂົ້າຮ່ວມເວທີປາໄສເສດຖະກິດໂລກ ກ່ຽວກັບ ອາຊີຕາເວັນອອກ ປີ 2013 (WEF ອາຊີຕາເວັນອອກ 2013) ຢູ່ມຽນມາ ໄດ້ໃຫ້ຄຳໝັ້ນສັນຍາປະຕິບັດບັນດາຫຼັກການທ່ອງທ່ຽວໃນພາກພື້ນຢ່າງຄົບຖ້ວນ ແລະ ຜັນຂະຫຍາຍກົນໄກ ວີຊາ ລວມໃນກຸ່ມ ອາຊຽນ ເພື່ອແນໃສ່ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ຂະແໜງທ່ອງທ່ຽວພັດທະນາ ແລະ ບັນລຸຈຸດໝາຍເຕີບໂຕຕື່ມອີກ 20%. ແຈ້ງການທາງສື່ມວນຊົນຊີ້ແຈ້ງບັນດາລັດຖະມົນຕີ ອາຊຽນ ພວມມານະພະຍາຍາມເພື່ອໂຄສະນາ ອາຊຽນ ຄືດັ່ງຈຸດນັດພົບທີ່ສະໜິດສະໜົມ ແລະ ປະເອີບໃຈດ້ວຍແນວຄວາມຄິດ 2, 3 ສະຖານທີ່ແວຢາມໃນການທ່ອງທ່ຽວ.