ອາຊຽນຢືນຢັນຄືນມາດຕະການແກ້ໄຂບັນຫາທະເລຕາເວັນອອກໂດຍສັນຕິວິທີ

ອາຊຽນຢືນຢັນຄືນມາດຕະການແກ້ໄຂບັນຫາທະເລຕາເວັນອອກໂດຍສັນຕິວິທີ - ảnh 1
(ທ່ານ​ນາຍົກລັດຖະມົນຕີ ມາ​ເລ​ເຊຍ Najib Razak)

(vovworld) - ​​ ​ ວັນ​ທີ 17/02, ສຳນັກ​ຂ່າວສານ Bernama ຂອງ ມາ​ເລ​ເຊຍ ​ໃຫ້ຂ່າວ​ ທ່ານ​ນາຍົກລັດຖະມົນຕີ ມາ​ເລ​ເຊຍ Najib Razak ​ໃຫ້​ຮູ້​ວ່າ: ບັນດາ​ການ​ນຳ ອາ​ຊຽນ ຢືນຢັນຄືນຫຼັກ​ໝັ້ນ​ກ່ຽວ​ກັບ​ຄວາມ​ຫວັງ​ມີ​ມາດ​ຕະການ​​ແກ້​ໄຂ​ໂດຍສັນຕິພາບ​ ​ໃຫ້​​ແກ່​ການຂັດ​ແຍ້​ງກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ບັນຫາ​ນີ້ ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ບົນ​ພື້ນຖານ​ກົດໝາຍ​ສາກົນ ​ແລ​ະ ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລປີ 1982 (UNCLOS). ວັນ​ທີ 16/02 ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ ມາ​ເລ​ເຊຍ ທ່ານ​ນາຍົກລັດຖະມົນຕີ Najib Razak ຖື​ວ່າ: ບັນດາ​ຝ່າຍ​ທັງ​ໝົດ​ຕ້ອງລະງັບ​ໃຈ, ຫລີກ​ລ້ຽງ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ໃນ​ພາກ​ພື້ນ​​ເພີ່ມ​ທະວີ​ຂຶ້ນ, ບໍ່​ຄວນມີ​ການ​ກະທຳ​ນາບ​ຂູ່​ກັນ, ​ເຄົາລົບ​ຖະ​ແຫຼ​ງການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຊຶ່ງ​ອາ​ຊຽນ ​ແລະ ຈີນ ​ໄດ້ລົງ​ນາມ​ໃນ​ປີ 2002, ​ອັນ​ໄດ້ເປີດຊ່ອງ​ທາງ​​ສ​້າງປະມວນ​ຂໍ້​ກຳນົດການ​ປະພຶດຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC).

ຂ່າວ/ບົດ​ອື່ນ