ອາບການິດສະຖານ ກຳນົດຈຸດເວລາໃໝ່ ເພື່ອປະກາດໝາກຜົນແຫ່ງການເລືອກຕັ້ງປະທານາທິບໍດີ

(VOVWORLD) - ພາຍຫລັງຖືກເລື່ອມມາເປັນຫລາຍຄັ້ງ, ວົງການເຈົ້າໜ້າທີ່ ອາບການິດສະຖານ ໄດ້ກຳນົດຈຸດເວລາໃໝ່ໃນເດືອນພະຈິກ ຈະມາເຖິງ ເພື່ອປະກາດໝາກຜົນແຫ່ງການເລືອກຕັ້ງປະທານາທິບໍດີ ເຊິ່ງດຳເນີນໃນເດືອນ ກັນຍາ ຜ່ານມາຢູ່ປະເທດນີ້. 

ຕາມທ່ານປະທານຄະນະກຳມະການເລືອກຕັ້ງເອກະລາດ ອາບການິດສະຖານ (IEC) Hawa Alam Nuristani ແລ້ວ, ໝາກຜົນໃນເບື້ອງຕົ້ນຂອງການເລືອກຕັ້ງປະທານາທິບໍດີປະເທດນີ້ ຈະໄດ້ຮັບການປະກາດໃນວັນທີ 14 ພະຈິກ.

ອາບການິດສະຖານ ກຳນົດຈຸດເວລາໃໝ່ ເພື່ອປະກາດໝາກຜົນແຫ່ງການເລືອກຕັ້ງປະທານາທິບໍດີ - ảnh 1 ອາບການິດສະຖານ ກຳນົດຈຸດເວລາໃໝ່ ເພື່ອປະກາດໝາກຜົນແຫ່ງການເລືອກຕັ້ງປະທານາທິບໍດີ (ພາບ: AFP/TTXVN)

        ຜູ້ມີສິດເລືອກຕັ້ງ ອາບການິດສະຖານ ກ່ວາ 2,6 ລ້ານຄົນໄດ້ໄປປ່ອນບັດໃນການເລືອກຕັ້ງປະທານາທິບໍດີ ເຊິ່ງດຳເນີນໃນວັນທີ 28 ກັນຍາ ຜ່ານມາ. ທ່ານປະທານາທິບໍດີ Ashraf Ghani ແລະ ທ່ານ Abdullah ເຈົ້າໜ້າທີ່ບໍລິຫານຂັ້ນສູງອຳນາດການປົກຄອງ ອາບການິດສະຖານ ແມ່ນຜູ້ອອກສະໝັກຮັບເລືອກຕັ້ງ 2 ຄົນນຳໜ້າໃນການເລືອກຕັ້ງດັ່ງກ່າວ. ຖ້າຫາກບໍ່ມີຜູ້ອອກສະໝັກຮັບເລືອກຕັ້ງໃດຍາດໄດ້ກ່ວາ 50% ຈຳນວນບັດສະໜັບສະໜູນ, ແມ່ນຈະດຳເນີນການເລືອກຕັ້ງຄັ້ງທີ 2.

ຕອບກັບ

ຂ່າວ/ບົດ​ອື່ນ