ອາເມລິກາ ກະຕຸກຊຸກຍູ້ ຈີນ ສວມບົດບາດໃຫຍ່ກ່ວາໃນບັນຫາ ສປປ.ເກົາຫຼີ

(VOVWORLD) -  ຈີນ ຄວນຊ່ວຍເພີ່ມກຳລັງກົດດັນຕໍ່ ພຽງຢາງ, ປະຕິບັດບັນດາຄຳສັ່ງລົງໂທດຂອງສະຫະປະຊາຊາດຢ່າງເຂັ້ມງວດກ່ວາ ໃນຂະນະທີ່ ປັກກີງ ພວມຄວບຄຸມການຄ້າຕ່າງປະເທດຂອງ ພຽງຢາງ ເຖິງ 90%.
ອາເມລິກາ ກະຕຸກຊຸກຍູ້ ຈີນ ສວມບົດບາດໃຫຍ່ກ່ວາໃນບັນຫາ ສປປ.ເກົາຫຼີ - ảnh 1 ທ່ານ John Bolton ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ອາເມລິກາ (ພາບ: AP)

  ໃນຂະນະທີ່ທ່ານປະທານາທິບໍດີ ອາເມລິກາ Donald Trump ບໍ່ມີຄຳເຫັນໃດໆ ຕໍ່ແຫຼ່ງຂ່າວທີ່ໃຫ້ຮູ້ວ່າ: ສປປ.ເກົາຫຼີ ກ່າວເຕືອນຈະຢຸດຕິການເຈລະຈາ ແລະ ຈະມີບັນດາການກະທຳເກາະຜິດຄືນໃໝ່, ບັນດາທີ່ປຶກສາດ້ານຄວາມໝັ້ນຄົງທຳນຽບຂາວຖືວ່າ: ການກະທຳນີ້ ແມ່ນການກະທຳ “ທຳລາຍຄວາມໄວ້ເນື້ອເຊື່ອໃຈ”.

        ເມື່ອຕອບສຳພາດຕໍ່ວິທະຍຸໃນວັນທີ 17 ມີນາ, ທ່ານ John Bolton ທີ່ປຶກສາຄວາມໝັ້ນຄົງແຫ່ງຊາດ ອາເມລິກາ ໃຫ້ຮູ້ວ່າ: ເສຍດາຍແມ່ນ ສປປ.ເກົາຫຼີ ຍັງບໍ່ທັນກຽມພ້ອມປະຕິບັດສິ່ງທີ່ເຂົາເຈົ້າຄວນປະຕິບັດຢ່າງແທດຈິງ. ທ່ານ John Bolton ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ອາເມລິກາ ກໍ່ຮຽກຮ້ອງ ຈີນ ຄວນຊ່ວຍເພີ່ມກຳລັງກົດດັນຕໍ່ ພຽງຢາງ, ປະຕິບັດບັນດາຄຳສັ່ງລົງໂທດຂອງສະຫະປະຊາຊາດຢ່າງເຂັ້ມງວດກ່ວາ ໃນຂະນະທີ່ ປັກກີງ ພວມຄວບຄຸມການຄ້າຕ່າງປະເທດຂອງ ພຽງຢາງ ເຖິງ 90%.

ຕອບກັບ

ຂ່າວ/ບົດ​ອື່ນ