ອາເມລິກາ ກ່າວເຕືອນ ອີຣານ ກ່ຽວກັບບັນດາຜົນຮ້າຍຢ້ອນຫລັງໃໝ່ ແລະ ຮ້າຍແຮງ

(VOVWORLD) - ວັນທີ 21 ກໍລະກົດ, ໃນການກະທຳໜຶ່ງ ອາດຈະເຮັດໃຫ້ຄວາມເຄັ່ງຕຶງໃນປະຈຸບັນລະຫວ່າງ ອາເມລິກາ ແລະ ອີຣານ ເພີ່ມຂຶ້ນ
ອາເມລິກາ ກ່າວເຕືອນ ອີຣານ ກ່ຽວກັບບັນດາຜົນຮ້າຍຢ້ອນຫລັງໃໝ່ ແລະ ຮ້າຍແຮງ - ảnh 1 ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ: THX/TTXVN)

ທຳນຽບຂາວປະກາດວ່າ ທ່ານປະທານາທິບໍດີ ອາເມລິກາ Donald Trump ຈັດວາງການລົງໂທດ “ບັນດາຜົນຮ້າຍຢ້ອນຫລັງໃໝ່ ແລະ ຮ້າຍແຮງ” ສຳລັບ ອີຣານ, ຖ້າຫາກບັນດາພົນລະເມືອງ ອາເມລິກາ ພວມຖືກກັກຂັງຢູ່ ອີຣານ ບໍ່ໄດ້ປ່ອຍຕົວເປັນອິດສະຫຼະ ແລະ ກັບເມືອປະເທດ. ຄຳກ່າວເຕືອນແຂງກະດ້າງດັ່ງກ່າວ ໄດ້ຍົກອອກ ພາຍຫລັງ ພົນລະເມືອງ ອາເມລິກາ ຄົນໜຶ່ງ ມີອາຍຸ 37ປີ ເຮັດວຽກຢູ່ມະຫາວິທະຍາໄລ Priceton ຖືກອຳນາດການປົກຄອງ ອີຣານ ຕັດສິນລົງໂທດຈຳຄຸກ 10 ປີ ດ້ວຍການກະທຳຜິດ “ຊຶມເຂົ້າ”. ການກະທຳຫຼ້າສຸດຂອງອຳນາດການປົກຄອງ ອາເມລິກາ ໄດ້ຮັບຖືວ່າ ຈະເຮັດໃຫ້ການພົວພັນລະຫວ່າງ 2 ປະເທດໃນປະຈຸບັນເຄັ່ງຕຶງຂຶ້ນຕື່ມ.

ຕອບກັບ

ຂ່າວ/ບົດ​ອື່ນ