ອາ​ເມ​ລິ​ກາ ຈັດ​ສົ່ງ​ເຮືອ​ບິນ​ທະ​ຫານ​ຍົກ​ຍ້າຍ​ພະ​ນັກ​ງານ​ສະ​ຖານ​ທູດ ອາ​ເມ​ລິ​ກາ ອອກ​ຈາກ Haiti

(VOVWORLD) - ວັນທີ 10 ມີນາ, ກອງທັບ ອາເມລິກາ ປແຈ້ງວ່າ ໄດ້ນຳໃຊ້ເຮືອບິນທະຫານ ເພື່ອຍົກຍ້າຍພະນັກງານ ຂອງ ສະຖານທູດ ອາເມລິກາ ປະຈຳ Haiti ຈຳນວນໜຶ່ງພ້ອມທັງເພີ່ມເຕີມກຳລັງປ້ອງກັນບໍລິເວນສະຖານທູດ. 

ແຈ້ງການຂອງກອງບັນຊາການທາງທິດໃຕ້ຂອງ ອາເມລິກາ ໃຫ້ຮູ້ວ່າ ການຍົກຍ້າຍໄດ້ປະຕິບັດເພື່ອແນໃສ່ປົກປ້ອງບັນດາພະນັກງານຂອງສະຖານທູດ ແລະ ບໍ່ມີປະຊາຊົນ Haiti ໃນບັນດາຖ້ຽວບິນອົບພະຍົບຂອງ ອາເມລິກາ.

ເລື່ອງ ອາເມລິກາ ຍົກຍ້າຍພະນັກງານສະຖານທູດ ໄດ້ດຳເນີນໃນສະພາບການໃຊ້ຄວາມຮຸນແຮງຂອງກຸ່ມຄົນບໍ່ດີ ຢູ່ Haiti ພວມດຳເນີນຢ່າງຮ້າຍແຮງ ແລະ ປະເທດນີ້ ພວມຢູ່ພາຍໃຕ້ສະພາບວະສຸກເສີນ. ບັນດາກຸ່ມຄົນບໍ່ດີທີ່ ນຳໃຊ້ອາວຸດ ຢູ່  Haiti ນາບຂູ່ ໂຄ່ນລົ້ມ ອຳນາດການປົກຄອງ ແລະ ເຮັດໃຫ້ປະຊາຊົນນັບພັນຄົນ ຕ້ອງໄປລີ້ໄພປະລະເຮືອນຊານຂອງຕົນ. ຕົ້ນເດືອນມີນາ, ບັນດາກຸ່ມຄົນບໍ່ດີທີ່ ນຳໃຊ້ອາວຸດ ໄດ້ຈັດຕັ້ງການແຫກຄຸກສອງຄັ້ງ ຢູ່ສອງຄຸກໃຫຍ່ທີ່ສຸດ ຢູ່ Haiti ແລະ ຮຽກຮ້ອງທ່ານນາຍົກລັດຖະມົນຕີ Ariel Henry ລາອອກຈາກຕຳແໜ່ງ. ບັນດາກຸ່ມຄົນບໍ່ດີດັ່ງກ່າວ ພວມຄວບຄຸມເຖິງ 80% ນະຄອນຫຼວງ ຂອງ Haiti.

ຕອບກັບ

ຂ່າວ/ບົດ​ອື່ນ