ອາເມລິກາ ຊັ່ງຊານຳລູກສອນໄຟ Patriot ເຖິງພາກພື້ນ Baltic

(VOVWORLD) - ກອງທັບ ອາເມລິກາ ພວມຊັ່ງຊາຂົນສົ່ງກອງລູກສອນໄຟ Patriot ເຖິງພາກພື້ນ Baltic ເພື່ອເຂົ້າຮ່ວມບັນດາການຊ້ອມຮົບກັບອົງການ ນາໂຕ ໃນລະດູແລ້ງປີນີ້, ໃນສະພາບການທີ່ ລັດເຊຍ ພວມກະກຽມການຊ້ອມຮົບດ້ວຍຂອບຂະໜາດໃຫຍ່ຢູ່ ເບລາຣຸດ ໃນເດືອນ 9 ຈະມາເຖິງ.
ອາເມລິກາ ຊັ່ງຊານຳລູກສອນໄຟ Patriot ເຖິງພາກພື້ນ Baltic - ảnh 1 ພາບປະກອບຈາກ Vietnamplus

ເລື່ອງຜັນຂະຫຍາຍກອງລູກສອນໄຟ  Patriot ແມ່ນພາກສ່ວນໜຶ່ງຂອງແຜນການຊ້ອມຮົບປ້ອງກັນທາງອາກາດນາໆຊາດໃນເດືອນ 7 ທີ່ມີຊື່ວ່າ “ມໍລະດົກ Tobruk”. ກ່ຽວກັບບັນຫານີ້, ທີ່ການປະຊຸມຂ່າວຮ່ວມກັບທ່ານປະທານາທິບໍດີ ເລັດເວຍ Dalia Grybauskaite, ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ James Mattis ປະຕິເສດການສະແດງຄຳຄິດຄຳເຫັນກ່ຽວກັບຄວາມສາມາດຜັນຂະຫຍາຍລູກສອນໄຟ Patriot ຢູ່ ເລັດເວຍ ເປັນປະຈຳ. ຫົວໜ້າທຳນຽບ 5 ແຈຖະແຫຼງວ່າທຸກໆຄຳຕັດສິນກ່ຽວຂ້ອງຈະໄດ້ຮັບການປະຕິບັດບົນພື້ນຖານທາບທາມຄຳເຫັນກັບລັດຖະບານ ເລັດເວຍ, ພ້ອມທັງເນັ້ນໜັກວ່າ ການຜັນຂະຫຍາຍກຳລັງທະຫານຂອງນາໂຕ ຢູ່ພາກພື້ນພຽງແຕ່ມີລັກສະນະປ້ອງກັນຕົວເທົ່ານັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ