ອາເມລິກາ ຊົມເຊີຍ ເລື່ອງຫວຽດນາມ ເຂົ້າຮ່ວມຂໍ້ລິເລີ່ມປ້ອງກັນຄວາມສະຫງົບຕ້ານການແຜ່ຂະຫຍາຍອາວຸດລ້າງຜານ

ອາເມລິກາ ຊົມເຊີຍ ເລື່ອງຫວຽດນາມ ເຂົ້າຮ່ວມຂໍ້ລິເລີ່ມປ້ອງກັນຄວາມສະຫງົບຕ້ານການແຜ່ຂະຫຍາຍອາວຸດລ້າງຜານ - ảnh 1
(ພາບປະກອບ)

(vovworld) – ຖະ​ແຫຼ​ງການ​ຂອງ​ກະຊວງ​ການ​ຕ່າງປ​ະ​ເທດ​ອາ​ເມ​ລິ​ກາ ​ໃນ​ວັນ​ທີ 22/05 ຊີ້​ແຈ້ງວ່າ, ຄວາມ​ຕັດສິນ​ໃຈ​ສະໜັບ​ສະ​ໜູນ​ຫວຽດນາມ ​ເຂົ້າ​ຮ່ວມ​ຂໍ້​ລິ​ເລີ່​ມປ້ອງ​ກັນ​ຄວາມ​ສະຫງົບ​ຕ້ານການ​​ແຜ່​ຂະຫຍາຍ​ອາວຸດ​ລ້າງຜານ (PSI) ​ໄດ້​ພິສູດ​ໃຫ້​ເຫັນຄຳ​ໝັ້ນ​ສັຍຍາ​ຢ່າງ​ແຮງຂອງ​ຫວຽດນາມ ສຳລັບ​ການສະກັດ​ກັ້ນການ​​ແຜ່​ຂະຫຍາຍ​ອາວຸດ​ລ້າງຜານ (WMD), ​ເພີ່ມ​ທະວີ​ການ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ຄວາມ​ປອດ​ໄພ​ດ້ານ​ການ​ຄ້າ​ທົ່ວ​ໂລກ, ຊຸກຍູ້​ພາກ​ພື້ນ​ອາຊີ - ປາຊີ​ຟິກ ສັນຕິພາບ. ອາ​ເມ​ລິ​ກາ ລໍຖ້າ​ການ​ຮ່ວມ​ມື​ກັບ​ຫວຽດນາມ ​ເພື່ອ​ຊູ​ກຍູ້​ບັນດ​າຂໍ້​ລິ​ເລີ່​ມຂອງ PSI ​ແລະ ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ຫຼັກການ​ສະ​ກັດ​ກັ້ນຂອງ​ຂໍ້​ລິ​ເລີ່​ມດັ່ງກ່າວ.

ຂ່າວ/ບົດ​ອື່ນ