ອາເມລິກາ ຍົກອອກເງື່ອນໄຂໃຫ້ແກ່ການພົບປະຄັ້ງສຸດຍອດກັບ ສປປ ເກົາຫຼີ
(VOVWORLD) - ວັນທີ 8 ມີນາ, ທ່ານປະທານາທິບໍດີ Donald Trump ໄດ້ເຫັນດີຈະພົບປະກັບການນຳ Kim Jong – un ໃນເດືອນ ພຶດສະພາ ຈະມາເຖິງ,
ທ່ານປະທານາທິບໍດີ ອາເມລິກາ Donald Trump ເວົ້າເຖິງການພົບປະກັບການນຳ ສປປ ເກົາຫຼີ ຢູ່ Pennsylvania ໃນວັນທີ 11/3.
(ພາບ: AFP)
|
ທ່ານປະທານາທິບໍດີ ອາເມລິກາ Donald Trump ຈະພົບປະກັບການນຳ ສປປ ເກົາຫຼີ Kim Jong - un ດ້ວຍເງື່ອນໄຂ ພຽງຢາງ ຮັກສາຄຳໝັ້ນໝາຍກ່ຽວກັບການປອດອາວຸດນິວເຄຼຍກໍ່ຄືຢຸດຕິບັນດາເຫດການຍິງທົດລອງລູກສອນໄຟ ແລະ ນິວເຄຼຍ. ຖະແຫຼງການນີ້ໂດຍໂຄສົກຂອງສະພາປ້ອງກັນຄວາມສະຫງົບແຫ່ງຊາດ ອາເມລິກາ ຍົກອອກມາໃນວັນທີ 11 ມີນາ.
ວັນທີ 8 ມີນາ, ທ່ານປະທານາທິບໍດີ Donald Trump ໄດ້ເຫັນດີຈະພົບປະກັບການນຳ Kim Jong – un ໃນເດືອນ ພຶດສະພາ ຈະມາເຖິງ, ພາຍຫຼັງ 1 ປີທີ່ເກີດຄວາມເຄັ່ງຕຶງກ່ຽວຂ້ອງເຖິງບັນດາເຫດທົດລອງນິວເຄຼຍ ແລະ ລູກສອນໄຟຂອງ ສປປ ເກົາຫຼີ. ນີ້ຈະແມ່ນການພົບປະຄັ້ງທຳອິດລະຫວ່າງທ່ານປະທານາທິບໍດີ ອາເມລິກາ ກັບ ການນຳ ສປປ ເກົາຫຼີ. ທ່ານປະທານາທິບໍດີ Donald Trump ສະແດງຄວາມເຊື່ອໝັ້ນວ່າ: ສປປ ເກົາຫຼີ ຢາກສ້າງສັນຕິພາບ, ພ້ອມທັງ ຄາດຄະເນວ່າ ການພົບປະທີ່ໄດ້ຮັບຄວາມເຫັນດີເຫັນພ້ອມລະຫວ່າງທ່ານ ແລະ ການນຳ Kim Jong – un ຈະບັນລຸຜົນສຳເລັດອັນໃຫຍ່ຫຼວງ.