ອາເມລິກາ ຍາມໃດກໍ່ກຽມພ້ອມໃຫ້ການພົບປະສຸດຍອດກັບ ສປປ.ເກົາຫຼີ

(VOVWORLD) - ວັນທີ 25 ພຶດສະພາ, ໂຄສົກທຳນຽບຂາວທ່ານນາງ Sarah Sanders ຢືນຢັນວ່າ: ທຳນຽບຂາວ ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump ຍາມໃດກໍ່ກຽມພ້ອມໃຫ້ການພົບປະກັບການນຳ ສປປ.ເກົາຫຼີ Kim Jong-un ເຖິງວ່າກອງປະຊຸມສຸດຍອດນີ້ ຈະດຳເນີນໃນຈຸດເວລາໃດກໍ່ຕາມ.

ເມື່ອຕອບສຳພາດຕໍ່ວົງການນັກຂ່າວ, ທ່ານນາງ Sarah Sanders ໃຫ້ຮູ້ວ່າ: ພວກຂ້າພະເຈົ້າຍາມໃດກໍ່ກຽມພ້ອມ ແລະ ຖ້າຫາກກອງປະຊຸມຈະດຳເນີນໃນວັນທີ 12 ມິຖຸນາ ກໍ່ຕາມ ພວກຂ້າພະເຈົ້າກໍ່ພ້ອມແລ້ວທີ່ຈະເຂົ້າຮ່ວມ. ກ່ອນໜ້ານັ້ນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ຖະແຫຼງວ່າ ການພົບປະຂັ້ນສຸດຍອດລະຫວ່າງທ່ານ ກັບ ການນຳ ສປປ.ເກົາຫຼີ Kim Jong-un ຍັງອາດຈະດຳເນີນ ໃນວັນທີ 12 ມິຖຸນາຈະມາເຖິງ ຕາມແຜນການທຳອິດ, ເຖິງວ່າວັນທີ 24 ພຶດສະພາ, ທ່ານ Donald Trump ໄດ້ສົ່ງຈົດໝາຍເຖິງການນຳ ສປປ.ເກົາຫຼີ ແຈ້ງໃຫ້ຍົກເລີກກອງປະຊຸມສຸດຍອດນີ້ກໍ່ຕາມ.

        ແລະກໍ່ໃນວັນດຽວກັນ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ James Mattis ກໍ່ກ່າວວ່າ: ກອງປະຊຸມສຸດຍອດທີ່ຖືກຍົກເລີກລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ ອາດຈະຍັງຄົງໄດ້ຈັດຕັ້ງຂຶ້ນ ຖ້າຫາກ 2 ຝ່າຍບັນລຸໄດ້ຂໍ້ຕົກລົງສະບັບໜຶ່ງ.


ຕອບກັບ

ຂ່າວ/ບົດ​ອື່ນ