ອາເມລິກາ ຖືວ່າ ຈີນ ກໍ່ໃຫ້ເກີດຄວາມສັບສົນຢູ່ທະເລຕາເວັນອອກ
ທ່ານສະມາຊິກສະພາສູງ ອາເມລິກາ Jim Webb
(vovworld) - ວັນທີ 26/7, ທ່ານສະມາຊິກສະພາສູງ ອາເມລິກາ Jim Webb, ປະທານອະນຸກຳມະການບັນດາບັນຫາຢູ່ ອາຊີຕາເວັນອອກ - ປາຊີຟີກ ສັງກັດ ກຳມາທິການການຕ່າງປະເທດ ສະພາສູງ ອາເມລິກາ ຖືວ່າ: ເລື່ອງຈີນ ເປີດກ້ວາງການທະຫານ ແລະ ຄຸ້ມຄອງບໍລິຫານຢູ່ເຂດທະເລຕາເວັນອອກອາດຈະຖືກຖືວ່າແມ່ນການລະເມີດກົດໝາຍສາກົນ. ກ່າວຄຳເຫັນຕໍ່ໜ້າສະພາສູງ ອາເມລິກາ, ທ່ານສະມາຊິກສະພາສູງ ອາເມລິກາ Jim Webb ເວົ້າວ່າ: ບັນດາການເຄື່ອນໄຫວໃນໄລຍະມໍ່ໆມານີ້ຂອງ ຈີນ ແມ່ນເພື່ອແນໃສ່ທວງເອົາສິດຄຸ້ມຄອງບັນດາເຂດທີ່ພວມເກີດການພິພາດກັນຢູ່ທະເລຕາເວັນອອກພຽງຝ່າຍດຽວ ອາດຖືກຖືວ່າແມ່ນການລະເມີດກົດໝາຍສາກົນ. ທ່ານສະມາຊິກສະພາສູງ ອາເມລິກາ Jim Webb ເລັ່ງລັດກະຊວງການຕ່າງປະເທດ ອາເມລິກາ ເຮັດໃຫ້ສະພາບການນີ້ໃຫ້ກະຈ່າງແຈ້ງ ແລະ ລາຍງານຕໍ່ສະພາແຫ່ງຊາດ ອາເມລິກາ. . ຕາມທ່ານ ສະມາຊິກສະພາສູງ ອາເມລິກາ Jim Webb ແລ້ວ, ຈີນ ນັບມື້ນັບມີການກະທຳເກາະຜິດຫຼາຍຂຶ້ນຢູ່ທະເລຕາເວັນອອກ, ສະແດງອອກຢູ່ບ່ອນວ່າ: ວັນທີ 21/6 ຜ່ານມາ, ຈີນໄດ້ໃຫ້ສັດຕະຍາບັນເລື່ອງສ້າງຕັ້ງອັນທີ່ເອີ້ນວ່າ “ນະຄອນ ຊານຊາ”, ແມ່ນການກະທຳພຽງຝ່າຍດຽວ ເຊິ່ງເປັນສິ່ງບໍ່ເຄີຍມີໃນຄະນະລັດຖະບານໃດໃນໂລກ ຍ້ອນວ່າ: ນະຄອນ ເຊິ່ງຈີນ ຫາກໍປະກາດສ້າງຕັ້ງນັ້ນ ຈະຄຸ້ມຄອງເກາະດອນກ່ວາ 200 ແຫ່ງ. ສຳນັກງານຂອງນະຄອນນີ້ ໄດ້ຕັ້ງຢູ່ໝູ່ເກາະ ຮ່ວາງຊາ, ເຊິ່ງຫວຽດນາມ ໄດ້ຖະແຫຼງອະທິປະໄຕ, ໝູ່ເກາະດັ່ງກ່າວນອນໃນເຂດເສດຖະກິດພິເສດຂອງຫວຽດນາມ. ເມື່ອວິເຄາະຢູ່ສະພາສູງ ອາເມລິກາ, ທ່ານ ສະມາຊິກສະພາສູງ ອາເມລິກາ Jim Webb ຖືວ່າ: ຈີນ ປະຕິເສດການແກ້ໄຂບັນຫາພິພາດກັນຢູ່ເວທີປາໄສຫຼາຍຝ່າຍ ແມ່ນຍ້ອນວ່າ ຖ້າຫາກແກ້ໄຂ 2 ຝ່າຍ ຈີນ ສາມາດບີບບັງຄັບ ບໍ່ວ່າປະເທດໃດໃນພາກພື້ນ, ຕາມທ່ານສະມາຊິກສະພາສູງ ອາເມລິກາ Jim Webb ແລ້ວ, ນີ້ອາດຈະແມ່ນການລະເມີດກົດໝາຍສາກົນ, ໄປຝືນກັບຖະແຫຼງການຂອງ ຈີນແມ່ນ ພ້ອມແລ້ວທີ່ຈະຮ່ວມມືກັບ ອາຊຽນ ເພື່ອສ້າງຂໍ້ກຳນົດກ່ຽວກັບການປະພຶດ (ຫຼື COC).