ອາເມລິກາ ຖອນກຸ່ມເຈລະຈາ ອອກຈາກ ປາກິດສະຖານ ຍ້ອນປະລາໄຊ

ອາເມລິກາ ຖອນກຸ່ມເຈລະຈາ ອອກຈາກ ປາກິດສະຖານ ຍ້ອນປະລາໄຊ - ảnh 1
ໂຄສົກ​ຂອງ​ທຳນຽບ 5 ​ແຈ, ທ່ານ George Little
(ພາບ: ຈາກ ອີນເຕີເນັດ)

(vovworld) - ກະຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ ​ໄດ້​ປະກາດ​ວ່າ: ປະ​ເທດ​ນີ້ ຈະ​ຖອນ​ກຸ່ມ​ເຈລະຈາ ອອກ​ຈາກ ປາກິດ​ສະຖານ ​ເພາະວ່າ 2 ຝ່າຍ ​ບໍ່​ບັນລຸ​ໄດ້​ຂໍ້​ຕົກລົງ ກ່ຽວ​ກັບ​ການ​ເປີດ​ເສັ້ນ​ທາງຂົນສົ່ງ​ເຊື້ອ​ເພິ​ງສຳຄັນ ​ເຂົ້າ ອາບ​ກາ​ນິດ​ສະຖານ.​ ​ໂຄສົກ​ຂອງ​ທຳນຽບ 5 ​ແຈ, ທ່ານ George Little ​ໃຫ​້ຮູ້​ວ່າ: ນີ້​ແມ່ນ​ການ​ຕັດສິນ​​ໃຈຂອງ​ຝ່າຍ ອາ​ເມ​ລິ​ກາ, ​ແລະ ​ສະມາຊິກ​ໃນ​ກຸ່​ມ ​ເຈລະຈາບາງ​ຄົນ​ທີ່ ​ໄດ້​ກັບ​ຄືນເມືອ​ປະ​ເທດ​ໃນ​ທ້າຍ​ອາທິດ​ແລ້ວ​ນີ້, ສ່ວນ​ທີ່ຍັງ​ເຫຼືອ​ຈະ​ຖອນ​ອອກ​ຈາກ ປາ​ກິດ​ສະຖານ ​ໃນ​ໄລຍະ​ອັນ​ໃກ້ໆ​ນີ້. ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ທ່ານ George Little ກໍ​ໃຫ້​ຮູ້​ວ່າ: ອາ​ເມ​ລິ​ກາ ຈະ​ສືບ​ຕໍ່​ປຶກສາ​ຫາລື ກັບ​ຝ່າຍ ປາ​ກິດ​ສະຖານ ​ເພື່ອ​ແກ້​ໄຂ​ບັນຫາທີ່​ຍັງ​ຕິດ​ຂັດ​ນີ້. ອຳນາດ​ການ​ປົກຄອງ Islamabad ​ໄດ້​ປິດ​ປະຕູ ​ເສັ້ນ​ທາງ​ຂົນສົ່ງ​ເຊື້ອ​ເພິ​ງ ທີ່​​ໄປຜ່ານ ປາ​ກິດ​ສະຖານ ​ເຂົ້າ​​ເຂດດິນ​ແດນຂອງ ອາບ​ກາ​ນິດ​ສະຖານ ​ໃນ​ເດືອນ 11/2011 ພາຍຫຼັງທີ່​ເຮືອບິນ ບໍ່​ມີ​ຄົນ​ຂັບ​ລຳ​ໜຶ່ງ​ຂອງ ອາ​ເມ​ລິ​ກາ ​ໄດ້​​ໂຈມ​ຕີ​ພິດ​ພາດ ອັນ​ໄດ​້​ເຮັດ​ໃຫ້ ນັກຮົບ 24 ຄົນ​ຂອງ​ປະ​ເທດ​ນີ້ຖືກ​ເສຍ​ຊີວິດ ​ໃນ​ບໍລິ​ເວນ ມໍ່​ກັບ​ຊາຍ​ແດນ​ຂອງ ອາບ​ກາ​ນິດ​ສະຖານ.

 

ຂ່າວ/ບົດ​ອື່ນ