ອາ​ເມ​ລິ​ກາ ປະ​ກາດ​ບ້ວງ​ເງິນ​ໜູນ​ຊ່ວຍ​ດ້ານ​ການ​ທະ​ຫານ ມີ​ມູນ​ຄ່າ 2,6 ຕືິ້ USD ໃຫ້​ແກ່ ຢູ​ແກຼນ

(VOVWORLD) -ກະຊວງປ້ອງກັນປະເທດ ອາເມລິກາ ໄດ້ປະກາດຂໍ້ມູນລະອຽດກ່ຽວກັບບ້ວງເງິນໜູນຊ່ວຍດ້ານການທະຫານກ້ອນໃໝ່ ທີ່ມີມູນຄ່າ 2,6 ຕື້ USD ໃຫ້ແກ່ ຢູແກູນ. 
ອາ​ເມ​ລິ​ກາ ປະ​ກາດ​ບ້ວງ​ເງິນ​ໜູນ​ຊ່ວຍ​ດ້ານ​ການ​ທະ​ຫານ ມີ​ມູນ​ຄ່າ 2,6 ຕືິ້ USD ໃຫ້​ແກ່ ຢູ​ແກຼນ - ảnh 1ລະບົບ HIMARS (ພາບ: EPA-EFE)

ວັນທີ 04 ເມສາ, ກະຊວງປ້ອງກັນປະເທດ ອາເມລິກາ ໄດ້ປະກາດຂໍ້ມູນລະອຽດກ່ຽວກັບບ້ວງເງິນໜູນຊ່ວຍດ້ານການທະຫານກ້ອນໃໝ່ ທີ່ມີມູນຄ່າ 2,6 ຕື້ USD ໃຫ້ແກ່ ຢູແກູນ. ຈຳນວນເງິນສ່ວນຫຼາຍຂອງບ້ວງເງິນດັ່ງກ່າວ ຄືປະມານ 2,1 ຕື້ USD ໄດ້ຫັກຈາກກອງທຶນຂໍ້ລິລີ່ມໜູນຊ່ວຍຄວາມໝັ້ນຄົງ ຢູແກຼນ, ຈະໄດ້ເອົາໄປຊຳລະໃຫ້ການເຄື່ອນໄຫວຊື້ອຸປະກອນຈາກຂະແໜງອຸດສາຫະກຳປ້ອງກັນຊາດ. ໃນຂະນະນັ້ນ, 500 ລ້ານ USD ທີ່ຍັງເຫຼືອ ໄດ້ຫັກຈາກບ້ວງເງິນສະສົມຂອງ ອາເມລິກາ.

        ຕາມກະຊວງການຕ່າງປະເທດ ອາເມລິກາ ແລ້ວ, ບ້ວງເງິນໜູນຊ່ວຍກ້ອນໃໝ່ນີ້ ໄດ້ຍົກມູນຄ່າການຊ່ວຍເຫຼືອຂອງ ອາເມລິກາ ໃຫ້ແກ່ຢູແກຼນ ນັບແຕ່ເມື່ອເກີດການປະທະກັນ ລັດເຊຍ - ຢູແກຼນ ຂຶ້ນເຖິງກວ່າ 35 ຕື້ USD.

ຕອບກັບ

ຂ່າວ/ບົດ​ອື່ນ