ອາ​ເມ​ລິ​ກາ ປະ​ກາດ​ບ້ວງ​ເງິນ​ໜູນ​ຊ່ວຍ​ໃໝ່ ມີ​ມູນ​ຄ່າ​ເກືອບ 3 ຕື້ USD ໃຫ້​ແກ່ ຢູ​ແກຼນ

(VOVWORLD) - ທ່ານປະທານາທິບໍດີ ອາເມລິກາ Joe Biden ປະກາດບ້ວງເງິນຊ່ວຍເຫຼືອໃໝ່ດ້ານການທະຫານ ເຊິ່ງມີມູນຄ່າ 3 ຕື້ USD ໃຫ້ແກ່ປະເທດນີ້. 
ອາ​ເມ​ລິ​ກາ ປະ​ກາດ​ບ້ວງ​ເງິນ​ໜູນ​ຊ່ວຍ​ໃໝ່ ມີ​ມູນ​ຄ່າ​ເກືອບ 3 ຕື້ USD  ໃຫ້​ແກ່ ຢູ​ແກຼນ - ảnh 1 ທ່ານປະທານາທິບໍດີ ອາເມລິກາ Joe Biden (ພາບ: Reuters)

ວັນທີ 24 ສິງຫາ, ທ່ານປະທານາທິບໍດີ ອາເມລິກາ Joe Biden  ໄດ້ອວຍພອນປະຊາຊົນ ຢູແກຼນ ເນື່ອງໃນໂອກາດວັນຊາດ ແລະ ປະກາດບ້ວງເງິນຊ່ວຍເຫຼືອໃໝ່ດ້ານການທະຫານ ເຊິ່ງມີມູນຄ່າ 3 ຕື້ USD ໃຫ້ແກ່ປະເທດນີ້. ບ້ວງເງິນໜູນຊ່ວຍນີ້ ນຳໃຊ້ງົບປະມານຈາກຂໍ້ລິເລີ່ມໜູນຊ່ວຍປ້ອງກັນຄວາມໝັ້ນຄົງໃຫ້ແກ່ ຢູແກຼນ ໂດຍສະພາແຫ່ງຊາດ ອາເມລິກາ ອະນຸມັດຜ່ານ ເພື່ອແນໃສ່ອະນຸຍາດໃຫ້ອຳນາດການປົກຄອງຂອງທ່ານ Joe Biden   ຊື້ອາວຸດສະໜອງໃຫ້ ຢູແກຼນ ແທນທີ່ຈະເອົາຈາກສາງສະສົມອາວຸດຂອງ ອາເມລິກາ. ນີ້ແມ່ນບ້ວງເງິນໜູນຊ່ວຍຄວາມໝັ້ນຄົງໃຫຍ່ທີ່ສຸດ ເຊິ່ງ ອາເມລິກາ ໄດ້ສະໜອງໃຫ້ແກ່ ຢູແກຼນ ເພື່ອແນໃສ່ຊ່ວຍປະເທດນີ້ປະກອບລະບົບປ້ອງກັນທາງອາກາດ, ລະບົບປືນໃຫຍ່, ລະບົບຕ້ານເຮືອບິນບໍ່ມີຄົນຂັບ ແລະ ຣາດາ ເພື່ອສາມາດປ້ອງກັນຕົວໃນໄລຍະຍາວ.

ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ