ອາເມລິກາ ຜັນຂະຫຍາຍອາວຸດນິວເຄຼຍຢູ່ ອັງກິດ ຄືນໃຫມ່

(VOVWORLD) -ຖານທີ່ໝັ້ນດັ່ງກ່າວ ເຄີຍແມ່ນບ່ອນເກັບຮັກສາອາວຸດນິວເຄຼຍ ອາເມລິກາ ໃນໄລຍະສົງຄາມເຢັນ ກ່ອນທີ່ຈະໄດ້ຖອນຕົວອອກໃນປີ 2008 ໃນຂອບເຂດບັນດາຂໍ້ລິເລີ່ມຫລຸດຜ່ອນກຳລັງ ອາວຸດ ແລະ ທະຫານ. 
ອາເມລິກາ ຜັນຂະຫຍາຍອາວຸດນິວເຄຼຍຢູ່ ອັງກິດ ຄືນໃຫມ່ - ảnh 1ພາບປະກອບ:OSINTdefender/X

ວັນທີ 21 ກໍລະກົດ, ວາລະສານປ້ອງກັນຊາດ ອັງກິດ (UK Defense Journal) ໄດ້ນຳສະເຫນີຂ່າວວ່າ ອາເມລິກາ ໄດ້ນຳເອົາລູກລະເບີດນິວເຄຼຍແຮງຖ່ວງ B61-12 ຈຳນວນຫນຶ່ງ ກັບຄືນມາຍັງຖານທີ່ໝັ້ນກອງທັບອາກາດ Lakenheath ຢູ່ Suffolk ປະເທດ ອັງກິດ, ເປັນຂີດໝາຍຄັ້ງທຳອິດທີ່ອາວຸດນິວເຄຼຍ ອາເມລິກາ ປະກົດຕົວຢູ່ທີ່ນີ້ ນັບແຕ່ປີ 2008.  ຈຳນວນລູກລະເບີດນີ້ ໄດ້ຂົນສົ່ງຈາກສູນອາວຸດນິວເຄຼຍ ກອງທັບອາກາດ ອາເມລິກາ ຢູ່ຖານທີ່ໝັ້ນ Kirtland, ລັດ New Mexico, ອາເມລິກາ ມາຍັງຮາກຖານເກັບຮັກສາທີ່ປອດໄພ ເຊິ່ງຫາກໍ່ໄດ້ສ້າງຕັ້ງຂຶ້ນໃຫມ່ຢູ່ ອັງກິດ.

ຖານທີ່ໝັ້ນດັ່ງກ່າວ ເຄີຍແມ່ນບ່ອນເກັບຮັກສາອາວຸດນິວເຄຼຍ ອາເມລິກາ ໃນໄລຍະສົງຄາມເຢັນ ກ່ອນທີ່ຈະໄດ້ຖອນຕົວອອກໃນປີ 2008 ໃນຂອບເຂດບັນດາຂໍ້ລິເລີ່ມຫລຸດຜ່ອນກຳລັງ ອາວຸດ ແລະ ທະຫານ. ເລື່ອງຜັນຂະຫຍາຍຄືນໃຫມ່ຄັ້ງນີ້ ແມ່ນດຳເນີນໃນສະພາບການພົວພັນລະຫວ່າງ NATO ແລະ ລັດເຊຍ ເຄັ່ງຕຶງຂຶ້ນ ຍ້ອນການປະທະກັນຢູ່ ຢູແກຼນ ແລະ ຄວາມມານະພະຍາຍາມເພີ່ມທະວີຄວາມອາດສາມາດນາບຂູ່ດ້ານນິວເຄຼຍຂອງກຸ່ມພັນທະມິດ.

ຕອບກັບ

ຂ່າວ/ບົດ​ອື່ນ