ອາເມລິກາ, ຝຣັ່ງ ມານະພະຍາຍາມຊອກຫາທາງອອກໃຫ້ແກ່ວິກິດການຢູ່ເຂດອ່າວເປີເຊຍ

(VOVWORLD) - ອາຣັບບິ ຊາອຸດິ, ບາເຣັນ, ສະຫະລັດ ອາຣັບ ເອມີເຣັດ (UAE) ແລະ ອີຢິບ ເພື່ອແນໃສ່ຊອກຫາທາງອອກໃຫ້ແກ່ວິກິດການການທູດພວມເກີດຂຶ້ນຢູ່ເຂດອ່າວ ເປີເຊຍ. 

ອາເມລິກາ, ຝຣັ່ງ ມານະພະຍາຍາມຊອກຫາທາງອອກໃຫ້ແກ່ວິກິດການຢູ່ເຂດອ່າວເປີເຊຍ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Rex Tillerson ແລະ ຄູ່ຕຳແໜ່ງ ກາຕາ Sheikh Mohammed bin Abdulrahman Al Thani

(ພາບ:EPA/TTXVN )

ວັນທີ 12 ກໍລະກົດ, ທ່ານ Rex Tillerson, ລັດຖະມົນຕີການຕ່າງປະເທດ ອາເມລິກາ ໄດ້ເລີ່ມຕົ້ນການເຈລະຈາກັບລັດຖະມົນຕີການຕ່າງປະເທດຂອງ 4 ປະເທດ ອາຣັບ ເຊິ່ງລວມມີ: ອາຣັບບິ ຊາອຸດິ, ບາເຣັນ, ສະຫະລັດ ອາຣັບ ເອມີເຣັດ (UAE) ແລະ ອີຢິບ ເພື່ອແນໃສ່ຊອກຫາທາງອອກໃຫ້ແກ່ວິກິດການການທູດພວມເກີດຂຶ້ນຢູ່ເຂດອ່າວ ເປີເຊຍ. ກ່າວຄຳເຫັນກ່ອນທີ່ຈັດຕັ້ງການເຈລະຈາຢູ່ Jeddah (ອາຣັບບິ ຊາອຸດິ), ເຈົ້າໜ້າທີ່ການທູດ UAE ທ່ານໜຶ່ງ ຢືນຢັນວ່າ: ບໍ່ວ່າມາດຕະການໃດໆສຳລັບວິກິດການໃນປະຈຸບັນລ້ວນແຕ່ຕ້ອງໄດ້ຮັບການແກ້ໄຂທຸກໆບັນຫາເຊິ່ງ ອາຣັບບິ ຊາອຸດິ, ບາເຣັນ, ສະຫະລັດ ອາຣັບ ເອມີເຣັດ (UAE) ແລະ ອີຢິບ ຖືເປັນສຳຄັນ, ໃນນັ້ນມີເລື່ອງ Doha ພວມທຳລາຍຄວາມສະຖຽນລະພາບຢູ່ພາກພື້ນ. ກ່ອນໜ້ານັ້ນ, ຢູ່ Jeddah, ທ່ານລັດຖະມົນຕີການຕ່າງປະເທດ Tillerson ໄດ້ເຈລະຈາກັບກະສັດ ອາຣັບບິ ຊາອຸດິ Salman ເພື່ອປຶກສາຫາລືບັນດາຄວາມກ້າວໜ້າຢູ່ພາກພື້ນ, ພິເສດແມ່ນຄວາມມານະພະຍາຍາມສຳລັບກັບລັດທິກໍ່ການຮ້າຍ ແລະ ການອຸປະຖຳໃຫ້ກໍ່ການຮ້າຍ.

ຕອບກັບ

ຂ່າວ/ບົດ​ອື່ນ