ອາເມລິກາ ພິຈາລະນາບົດບາດທີ່ເໝາະສົມເພື່ອຫຼຸດຜ່ອນຄວາມເຄັ່ງຕຶງດ້ານການຄ້າລະຫວ່າງ ຍີ່ປຸ່ນ - ສ.ເກົາຫຼີ

(VOVWORLD) -   ເຖິງຢ່າງໃດກໍ່ຕາມ, ບັນດາເຈົ້າໜ້າທີ່ ຂອງອາເມລິກາໃຫ້ຮູ້ວ່າ ຍ້ອນວ່າ ສ.ເກົາຫຼີ ແລະ ຍີ່ປຸ່ນ ລ້ວນແຕ່ແມ່ນພັນທະມິດທີ່ໃກ້ຊິດທີ່ສຸດຂອງ ອາເມລິກາ ດັ່ງນັ້ນ ວໍຊິງຕັນ ຍາກທີ່ຈະ ເລືອກສະໜັບສະໜູນຝ່າຍໃດ.
ອາເມລິກາ ພິຈາລະນາບົດບາດທີ່ເໝາະສົມເພື່ອຫຼຸດຜ່ອນຄວາມເຄັ່ງຕຶງດ້ານການຄ້າລະຫວ່າງ ຍີ່ປຸ່ນ - ສ.ເກົາຫຼີ - ảnh 1ໃບແຈ້ງການຢູ່ ຊຸບເປີ້ມາກແກັດ ສ.ເກົາຫຼີ ແຈ້ງເລື່ອງບໍ່ຂາຍສິນຄ້າຢິ່ປຸ່ນເພື່ອໂຕະຕອບຢິ່ປຸ່ນ (ພາບ: AFP/TTXVN)

ວັນທີ 15 ກໍລະກົດ, ວົງການເຈົ້າໜ້າທີ່ ອາເມລິກາໃຫ້ຄຳໝັ້ນສັນຍາວ່າຈະພິຈາລະນາ ຄວາມອາດສະມາດໃນການສວມບົດບາດທີ່ເໝາະສົມໃນການຫຼຸດຜ່ອນຄວາມເຄັ່ງຕຶງລະຫວ່າງ ສ.ເກົາຫຼີ ແລະ ຍີ່ປຸ່ນ, ໃນສະພາບການ ເຊີອູນພວມຊອກຫາບົດບາດເປັນໃຈກາງໄກ່ເກ່ຍຂອງ ວໍຊິງຕັນເພື່ອແນໃສ່ຍົກເລີກຂໍ້ຕົກລົງຂອງ ໂຕກຽວ ທີ່ຮັດກຸມກົດລະບຽບການສົ່ງອອກອຸປະກອນເຕັກໂນໂລຢີສູງໄປຍັງ ສ.ເກົາຫຼີ. ຕາມແຫຼ່ງຂ່າວຂອງກະຊວງການຕ່າງປະເທດ ສ.ເກົາຫຼີແລ້ວ, ຄຳໝັ້ນສັນຍາດັ່ງກ່າວໄດ້ຍົກອອກມາໃນການເຈລະຈາລະຫວ່າງບັນດານັກການທູດ ສ.ເກົາຫຼີ ແລະ ອາເມລິກາຢູ່ ວໍຊິງຕັນໃນທ້າຍອາທິດຜ່ານມາ.

        ເຖິງຢ່າງໃດກໍ່ຕາມ, ບັນດາເຈົ້າໜ້າທີ່ ຂອງອາເມລິກາໃຫ້ຮູ້ວ່າ ຍ້ອນວ່າ ສ.ເກົາຫຼີ ແລະ ຍີ່ປຸ່ນ ລ້ວນແຕ່ແມ່ນພັນທະມິດທີ່ໃກ້ຊິດທີ່ສຸດຂອງ ອາເມລິກາ ດັ່ງນັ້ນ ວໍຊິງຕັນ ຍາກທີ່ຈະ ເລືອກສະໜັບສະໜູນຝ່າຍໃດ. ບັນດາເຈົ້າໜ້າທີ່ ອາເມລິກາໄດ້ເນັ້ນໜັກວ່າ ການປະທະກັນໃນຂົງເຂດເສດຖະກິດຈະມີຜົນກະທົບເຖິງການຮ່ວມມືດ້ານຄວາມໝັ້ນຄົງ 3 ຝ່າຍລະຫວ່າງ ສ.ເກົາຫຼີ, ອາເມລິກາ ແລະ ຍີ່ປຸ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ