ອາເມລິກາ, ຟີລິບປິນ ບັນລຸໄດ້ຂໍ້ຕົກລົງ ກ່ຽວກັບການສ້າງຕັ້ງ ຮາກຖານການທະຫານ


 ອາເມລິກາ, ຟີລິບປິນ ບັນລຸໄດ້ຂໍ້ຕົກລົງ ກ່ຽວກັບການສ້າງຕັ້ງ ຮາກຖານການທະຫານ - ảnh 1

(ພາບ: .AP)

 (vovworld)- ວັນ​ທີ 14/3, ອາ​ເມ​ລິ​ກາ ​ແລະ ຟີ​ລິບ​ປິນ ບັນລຸ​ໄດ້​ຂໍ້​ຕົກລົງ​ໂດຍ​ສັງ​ເຂ​ບກ່ຽວ​ກັບ​ເລື່ອງ​ມາ​ນີລາ ອະນຸຍາດ​ໃຫ້​ວໍ​ຊິງ​ຕັນ ສ້າງຕັ້ງຮາກ​ຖານ​ການ​ທະຫານ ​ໃນ​ບັນດາ​ຖານ​ທີ່ໝັ້ນຂອງ​ຟີ​ລິບ​ປິນ. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ທີ່​ມາ​ນີລາ, ທ່ານ Pio Lorenzo Batino ຮອງ​ລັດຖະມົນຕີກະຊວງ​ປ້ອງ​ກັນ​ປະ​ເທດ​ຟີ​ລິບ​ປິນ ​ໃຫ້​ຮູ້​ວ່າ: ມາ​ຮອດ​ຈຸດ​ເວລາ​ນີ້, ອາດ​ເວົ້າ​ໄດ້​ວ່າ, ບັນດາ​ນັກ​ເຈລະຈາ ອາ​ເມ​ລິ​ກາ ​ແລະ ຟີ​ລິບ​ປິນ ບັນລຸ​ໄດ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ສູງ​ກ່ຽວ​ກັບ​ການ​ສ້າງຕັ້ງບັນດາ​ຮາກ​ຖານ​ຂອງ​ອາ​ເມ​ລິ​ກາ ​ໃນ​ບັນດາ​ຖານ​ທີ່ໝັ້ນຂອງ​ຟິລິບ​ປິນ. ​ແທນ​ໃຫ້​ນັ້ນ, ຟີ​ລິບ​ປິນ​ໄດ້​ອະນຸຍາດ​ສຳ​ພັດ​ກັບ​ບັນດາ​ຮານ​ຖານ​ການ​ທະຫານ​ຂອງ​ອາ​ເມ​ລິ​ກາ. ນີ້​ແມ່ນ​ສ່ວນ​ໜຶ່ງ​ຂອງ​ສັນຍາ​ເພີ່ມ​ທະວີ​ການ​ຮ່ວມ​ມື​ປ້ອງ​ກັນ​ຄວາມ​ສະງຫົບສະບັບ​ໃໝ່ ຊື່​ງສອງ​ປະ​ເທດ​ເລີ່​ມ​ເຈລະຈາ​ເມື່ອ​ເດືອນ 8/2013. ຕາມ​ແຜນການ, ສັນຍາ​ດັ່ງກ່າວ​ອາດ​ຈະສ້າງ​ສຳ​ເລັດ​ໃນ​ຮອບ​ເຈລະຈາ​ທີ່​ຄາດ​ວ່າ​ຈະ​ຈັດ​ຂຶ້ນ​ໃນ​ທ້າຍ​ເດືອນ 3/2014 ນີ້ ​ແລະ ອາດ​ຈະໄດ້​ຮັບ​ການ​ລົງ​ນາມ​ຢ່າງ​ເປັນ​ທາງ​ການ​ໃນ​ການ​ຢ້ຽມຢາມ​ຟີ​ລິບ​ປິນ ຂອງ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ​ໃນ​ເດືອນ 4/2014 ຈະ​ມາ​ເຖິງ​ນີ້./.

ຂ່າວ/ບົດ​ອື່ນ