ອາເມລິກາ ຢັ້ງຢືນ ຖືການຮ່ວມມືກັບ ອາຊຽນ ເປັນສໍາຄັນ

(VOVWORLD) -   ອາເມລິກາ ຢັ້ງຢືນວ່າ ອາເມລິກາ ຖືການຮ່ວມມືກັບ ອາຊຽນ ກໍຄືບັນດາທີ່ຕັ້ງສໍາຄັນ ອາຊຽນ ເປັນສໍາຄັນ ໃນການຜັນຂະຫຍາຍຍຸດທະສາດ ມະຫາສະໝຸດອິນເດຍ - ປາຊີຟິກ

ວັນທີ 28 ກຸມພາ, ຢູ່ສໍານັກງານຄະນະເລຂາ ອາຊຽນ ຢູ່ Jakarta ປະເທດ ອິນໂດເນເຊຍ, ໄດ້ດໍາເນີນກອງປະຊຸມຄັ້ງທີ 10 ຄະນະກໍາມະການຮ່ວມມື ອາຊຽນ - ອາເມລິກາ (JCC). ນີ້ແມ່ນກອງປະຊຸມປະຈໍາປີ ຂັ້ນເອກອັກຄະລັດຖະທູດ ເພື່ອແນໃສ່ຕີລາຄາສະພາບການຜັນຂະຫຍາຍບັນດາໂຄງການ ແລະ ການເຄື່ອນໄຫວຮ່ວມມືໃນຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ອາຊຽນ - ອາເມລິກາ. ທ່ານເອກອັກຄະລັດຖະທູດ ເຈິ່ນດຶກບິ່ງ ຫົວໜ້າຄະນະຜູ້ຕ່າງໜ້າຫວຽດນາມ ປະຈໍາ ອາຊຽນ ໄດ້ເຂົ້າຮ່ວມກອງປະຊຸມຄັ້ງນີ້. ທີ່ກອງປະຊຸມ, ບັນດາປະເທດ ອາຊຽນ ແລະ ອາເມລິກາ ໄດ້ແບ່ງປັນບັນດາການຕີລາຄາທີ່ຕັ້ງໜ້າ ກ່ຽວກັບບັນດາບາດກ້າວພັດທະນາສໍາຄັນຂອງການພົວພັນຄູ່ຮ່ວມມືຍຸດທະສາດໃນໄລຍະຜ່ານມາ, ກໍຄືການຜັນຂະຫຍາຍຮອບດ້ານບັນດາການເຄື່ອນໄຫວຮ່ວມມືຂອງແຜນການດໍາເນີນງານ ອາຊຽນ - ອາເມລິກາ ໄລຍະ 2016 – 2020 ໃນຫຼາຍຂົງເຂດ ທີ່ໄດ້ປະກອບສ່ວນນໍາການພົວພັນຄູ່ຮ່ວມມືຍຸດທະສາດກ້າວເຂົ້າສູ່ລວງເລິກ, ນັບມື້ນັບແທດຈິງ ແລະ ມີປະສິດທິຜົນສູງ.

        ໃນໄລຍະຈະມາເຖິງ, ບັນດາປະເທດ ອາຊຽນ ແລະ ອາເມລິກາ ໄດ້ເນັ້ນໜັກເຖິງບຸລິມະສິດຜັນຂະຫຍາຍປະຕິບັດບັນດາໝາກຜົນ ແລະ ຂໍ້ຕົກລົງຂອງບັນດາການນໍາໃນກອງປະຊຸມຂັ້ນສູງ ອາຊຽນ - ອາເມລິກາ ໃນປີ 2017 – 2018 ໃຫ້ແທດຈິງ. ພ້ອມທັງສົມທົບກັນຢ່າງແໜ້ນແຟ້ນ ເພື່ອກໍານົດບັນດາເນື້ອໃນຮ່ວມມືບຸລິມະສິດໃຫ້ເໝາະສົມ ແລະ ແທດຈິງ ເພື່ອເພີ່ມເຕີມໃສ່ແຜນການດໍາເນີນງານໄລຍະຕໍ່ໄປ.

        ອາເມລິກາ ຢັ້ງຢືນວ່າ ອາເມລິກາ ຖືການຮ່ວມມືກັບ ອາຊຽນ ກໍຄືບັນດາທີ່ຕັ້ງສໍາຄັນ ອາຊຽນ ເປັນສໍາຄັນ ໃນການຜັນຂະຫຍາຍຍຸດທະສາດ ມະຫາສະໝຸດອິນເດຍ - ປາຊີຟິກ ບົນພື້ນຖານບັນດາຫຼັກການເສລີ, ໂປ່ງໃສ, ເຄົາລົບກົດໝາຍ, ບົດບາດເປັນໃຈກາງຂອງ ອາຊຽນ ແລະປັບປຸງບັນດາກົນໄກ ໂດຍ ອາຊຽນ ເປັນເຈົ້າພາທາງ.

ຕອບກັບ

ຂ່າວ/ບົດ​ອື່ນ