ອາເມລິກາ ຢຸດຕິການຊ່ວຍເຫລືອທັນຍາຫານ ໃຫ້ແກ່ ສປປ ເກົາຫລີ

ອາເມລິກາ  ຢຸດຕິການຊ່ວຍເຫລືອທັນຍາຫານ  ໃຫ້ແກ່ ສປປ ເກົາຫລີ - ảnh 1
ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama  ຕົກລົງ​ຢຸດຕິ​ການ​ຊ່ວຍ​ເຫລືອ​ທັນ​ຍາ​ຫານໃຫ້​ແກ່ ສປປ ​ເກົາຫລີ
ພາບ:internet

(vov) - ວັນ​ທີ 28/3, ​ເຈົ້າ​ຫນ້າ​ທີ່​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ: ອຳນາດ​ການ​ປົກຄອງຂອງ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ​ໄດ້​ຕົກລົງ​ຢຸດຕິ​ການ​ຊ່ວຍ​ເຫລືອ​ທັນ​ຍາ​ຫານ 240.000 ​ໂຕນ​ໃຫ້​ແກ່ ສປປ ​ເກົາຫລີ ​ເພາະວ່າປະ​ເທດ​ນີ້​ໄດ້​ສ້າງ​ແຜນການ​ຍິງ​ລູກ​ສອນ​ໄຟ​ໃນ​ເດືອນ 4 ຈະ​ມາ​ເຖິງ. ທ່ານ Peter Lavoy ຜູ້​ຮັກສາການລັດຖະ​ມົນຕີ​ຊ່ວຍ​ວ່າການກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ ​​ເປ​ີດ​ເຜີຍທີ່​ວາລະ​ອະພິປາຍ​ຕໍ່ຫນ້າ​ສະພາບ​ແຫ່ງ​ຊາດ ອາ​ເມ​ລິ​ກາ​ວ່າ: ​ເຫດການ​ຍິງ​ລູກ​ສອນ​ໄຟ​ນັ້ນ ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ທັດສະນະ​ຂອງ​ພຽງ​ຢາງ ​ແມ່ນ​ບໍ່​ສົນ​ໃຈ​​ເຖິງ​ບັນດາ​ຄຳ​ໝັ້ນ​ສັນຍາ​ສາກົນ​ຂອງ​ປະ​ເທດ​ນີ້. ບັນດາ​ປະ​ເທດ​ຊື່​ງລວມມີ: ອາ​ເມ​ລິ​ກາ, ຍີ່ປຸ່ນ​, ສ​ເກົາຫລີ, ລັດ​ເຊຍ ​ແລະ ຈີນ ​ໄດ້​ເລັ່ງລັດ ສປປ ​ເກົາຫລີ ປະລະ​ແຜນການ​ຍິງ​ລູກ​ສອນ​ໄຟ ​ເຖິງ​ຢ່າງ​ໃດ​ກໍ​ຕາມ ສປປ ​ເກົາຫລີ ຍັງ​ຄົງ​ຖະ​ແຫລ​ງຈະ​ປະຕິບັດ​ແຜນການ​ນີ້ຢູ່.

ຕອບກັບ

ຂ່າວ/ບົດ​ອື່ນ