ອາເມລິກາ ສົ່ງສານເຖິງ ອີຣານ ກ່ຽວຂ້ອງເຖິງຂໍ້ຕົກລົງນິວເຄຼຍ

(VOVWORLD) - ກ່າວຄຳເຫັນທີ່ນະຄອນຫຼວງ Yeravan ຂອງ Armenia, ທ່ານ Abdollahian ໄດ້ຊີ້ແຈ້ງວ່າ, ເຕເຮຣານ ໄດ້ຮັບສານຈາກ ອາເມລິກາ 3 ມື້ກ່ອນນີ້ ແລະ ໄດ້ຕອບເຂົາວ່າບັນດາຄຳກ່າວຫາຂອງອົງການພະລັງງານປະລະມານູສາກົນ (IAEA) ຕໍ່ໂຄງການນິວເຄຼຍ ອີຣານ
ອາເມລິກາ ສົ່ງສານເຖິງ ອີຣານ ກ່ຽວຂ້ອງເຖິງຂໍ້ຕົກລົງນິວເຄຼຍ - ảnh 1ທ່ານ Hossein Amir-Abdollahian, ລັດຖະມົນຕີການຕ່າງປະເທດ ອີຣານ
(ພາບ:AFP/TTXVN)
ວັນທີ 22 ຕຸລາ, ທ່ານ Hossein Amir-Abdollahian, ລັດຖະມົນຕີການຕ່າງປະເທດ ອີຣານ ໃຫ້ຮູ້ວ່າ: ປະເທດນີ້ໄດ້ຮັບສານຈາກ ອາເມລິກາ ທີ່ສະແດງຄວາມຟ້າວຟັ່ງຂອງ ວໍຊິງຕັນ ໃນການບັນລຸຂໍ້ຕົກລົງນິວເຄຼຍກັບ ເຕເຮຣານ. ກ່າວຄຳເຫັນທີ່ນະຄອນຫຼວງ Yeravan ຂອງ Armenia, ທ່ານ Abdollahian ໄດ້ຊີ້ແຈ້ງວ່າ, ເຕເຮຣານ ໄດ້ຮັບສານຈາກ ອາເມລິກາ 3 ມື້ກ່ອນນີ້ ແລະ ໄດ້ຕອບເຂົາວ່າບັນດາຄຳກ່າວຫາຂອງອົງການພະລັງງານປະລະມານູສາກົນ (IAEA) ຕໍ່ໂຄງການນິວເຄຼຍ ອີຣານ ຕ້ອງໄດ້ຮັບການແກ້ໄຂກ່ອນທີ່ບັນລຸໄດ້ຂໍ້ຕົກລົງໃດໆ. ເມື່ອເຕື້ອງເຖິງການກະທຳຂອງ ອາເມລິກາ, ທ່ານລັດຖະມົນຕີການຕ່າງປະເທດ Abdollahian ໃຫ້ຮູ້ວ່າ: ເຖິງວ່າ ອາເມລິກາ ສືບຕໍ່ແລກປ່ຽນບັນດາສານກັບ ອີຣານ ແຕ່ພ້ອມທັງ “ຊອກວິທີກໍ່ຄວາມກົດດັນດ້ານການເມືອງ ກໍ່ຄືດ້ານຈິດຕະສາດ ແລະ ຢາກມີການປະນິປະນອມໃນການເຈລະຈາຄັ້ງຕ່າງໆ”. ທ່ານເນັ້ນໜັກວ່າ: “ອີຣານ ບໍ່ປະນິປະນອມ ອາເມລິກາ ແລະ ການກະທຳໃນຂອບເຂດຂໍ້ຕົກລົງເຄົາລົບເສັ້ນທາງຂີດຂັ້ນແດງຂອງປະເທດ ສ.ອິດສະລາມ ອີຣານ”, ແຕ່ຢັ້ງຢືນວ່າ ເຕເຮຣານ “ຈະບໍ່ມີວັນອອກຈາກໂຕະເຈລະຈາ”.

ຕອບກັບ

ຂ່າວ/ບົດ​ອື່ນ