ອາເມລິກາ ສືບຕໍ່ຮຽກຮ້ອງໃຫ້ສ.ເກົາຫຼີ ເພີ່ມງົບປະມານໃຫ້ USFK

(VOVWORLD) -ວັນທີ 22 ມັງກອນ, ສຳນັກຂ່າວສານ Yonhap ໃຫ້ຂ່າວວ່າ, ໃນການຢ້ຽມຢາມທຳນຽບປະທານາທິບໍດີສ.ເກົາຫຼີ ເມື່ອເດືອນທັນວາ 2018

ທ່ານເອກອັກຄະລັດຖະທູດອາເມລິກາ ປະຈຳສ.ເກົາຫຼີ Harry Harris ໄດ້ຮຽກຮ້ອງໃຫ້ເຊີອຸ່ນ ເພີ່ມງົບປະມານໃຫ້ບັນດາກຳລັງອາເມລິກາ ພວມຕັ້ງທັບຢູ່ສ.ເກົາຫຼີ (USFK) ຕື່ມອີກ. ໃນການຢ້ຽມຢາມເມື່ອທ້າຍເດືອນທັນວາ 2018, ທ່ານ Harry Harris ໄດ້ເນັ້ນໜັກວ່າ, ຄວນລົງນາມໃນຂໍ້ຕົກລົງພິເສດ ກ່ຽວກັບການແບ່ງປັນງົບປະມານດ້ານການທະຫານສ.ເກົາຫຼີ - ອາເມລິກາ ຄັ້ງທີ 10 (SMA) ໂດຍໄວ, ຜ່ານນັ້ນ ຊ່ວຍໃຫ້ຂໍ້ຕົກລົງນີ້ໄດ້ປະກາດໃຊ້ໃນປີ 2019.

        ກ່ຽວຂ້ອງເຖິງບັນຫາດັ່ງກ່າວ, ໃນວັນດຽວກັນ, ໜັງສືພິມ DongA Ilbo ກໍ່ໄດ້ໃຫ້ຂ່າວວ່າ, ໃນການພົບປະກັບທີ່ປຶກສາດ້ານການຮັກສາຄວາມໝັ້ນຄົງແຫ່ງຊາດສ.ເກົາຫຼີ Chung Eui yong, ທ່ານເອກອັກຄະລັດຖະທູດ Harry Harris ຖືວ່າ, ອາດຈະພິຈາລະນາວິທີການປະຕິບັດ “ສັນຍາປ້ອງກັນຮ່ວມລະຫວ່າງສ.ເກົາຫຼີ - ອາເມລິກາ” ຕາມຮູບການອື່ນ, ຖ້າຫາກສ.ເກົາຫຼີ ບໍ່ເພີ່ມງົບປະມານໃຫ້ກອງທັບອາເມລິກາ ທີ່ພວມຕັ້ງທັບຢູ່ປະເທດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ