ອາເມລິກາ, ສ.ເກົາຫຼີ ແລະ ຍີ່ປຸ່ນ ຊຸກຍູ້ການກະກຽມໃຫ້ແກ່ບັນດາການພົບປະເຈລະຈາກັບ ສປປ.ເກົາຫຼີ ໃນໄລຍະຈະມາເຖິ

(VOVWORLD) -ວັນທີ 12 ເມສາ, ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ອາເມລິກາ John Bolton ຄົນໃໝ່ໄດ້ມີການພົບປະແລກປ່ຽນກັບຫົວໜ້າຫ້ອງການຄວາມໝັ້ນຄົງແຫ່ງຊາດສັງກັດທຳນຽບປະທານາທິບໍດີ ສ.ເກົາຫຼີ ທ່ານ Chung Eui-yong, ຜູ້ທີ່ພວມມີການຢ້ຽມຢາມ ວໍຊິງຕັນ ຢ່າງກະທັນຫັນ, ແນໃສ່ກະກຽມໃຫ້ແກ່ບັນດາການພົບປະສຸດຍອດກັບ ສປປ.ເກົາຫຼີ.
ອາເມລິກາ, ສ.ເກົາຫຼີ ແລະ ຍີ່ປຸ່ນ ຊຸກຍູ້ການກະກຽມໃຫ້ແກ່ບັນດາການພົບປະເຈລະຈາກັບ ສປປ.ເກົາຫຼີ ໃນໄລຍະຈະມາເຖິ - ảnh 1(ທ່ານ Chung Eui-yong ພາບ:Yonhap/TTXVN)

ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ສະໜາມບິນ Dulles ກ່ອນທີ່ຈະເດີນທາງກັບເມືອປະເທດ ສ.ເກົາຫຼີ, ທ່ານ Chung Eui-yong ໃຫ້ຮູ້ວ່າ: 2 ຝ່າຍໄດ້ປຶກສາຫາລືເນື້ອໃນຫລາຍຢ່າງ. ເຈົ້າໜ້າທີ່ ສ.ເກົາຫຼີ ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງຈັດຕັ້ງ ກອງປະຊຸມສຸດຍອດລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ກໍ່ຄືກອງປະຊຸມສຸດຍອດ ສປປ.ເກົາຫຼີ ແລະ ອາເມລິກາໃຫ້ສຳເລັດ, ດັ່ງນັ້ນ 2 ຝ່າຍຈຶ່ງໄດ້ມີການແລກປ່ຽນການເປີດກ້ວາງກ່ຽວກັບບັນດາວິທີການ ເພື່ອຈັດຕັ້ງ 2 ເຫດການນີ້, ຜ່ານນັ້ນ ມຸ່ງໄປເຖິງເປົ້າໝາຍປອດນິວເຄຼຍຢູ່ແຫຼມ ເກົາຫຼີ ຢ່າງສັນຕິວິທີ.

ຕອບກັບ

ຂ່າວ/ບົດ​ອື່ນ