ອາ​ເມ​ລິ​ກາ ຫວັງ​ວ່າ ສ​ປ​ປ.ເກົາຫຼີ ຈະ​ມີ​ການ​ກະ​ທົບ​ຕອບ​ອັນ​ຕັ້ງ​ໜ້າ​ກ່ຽວ​ກັບ​ໂຄງ​ການ​ອາ​ວຸດ​ນິວ​ເຄຼຍ ແລະ ລູກ​ສອນ​ໄຟ​ນຳ​ວິ​ຖີ

(VOVWORLD) -ອາເມລິກາ ຫວັງວ່າ ພຽງຢາງ ຈະມີການກະທົບຕອບທີ່ຕັ້ງໜ້າກ່ຽວກັບຂໍ້ສະເໜີກ່ຽວຂ້ອງເຖິງໂຄງການ ອາວຸດນິວເຄຼຍ ແລະ ລູກສອນໄຟນຳວິຖີຂອງປະເທດນີ້. 
ອາ​ເມ​ລິ​ກາ ຫວັງ​ວ່າ ສ​ປ​ປ.ເກົາຫຼີ ຈະ​ມີ​ການ​ກະ​ທົບ​ຕອບ​ອັນ​ຕັ້ງ​ໜ້າ​ກ່ຽວ​ກັບ​ໂຄງ​ການ​ອາ​ວຸດ​ນິວ​ເຄຼຍ ແລະ ລູກ​ສອນ​ໄຟ​ນຳ​ວິ​ຖີ - ảnh 1ທ່ານ Sung Kim - ທູດພິເສດ ອາເມລິກາ ຮັບຜິດຊອບກ່ຽວກັບ ສປປ.ເກົາຫຼີ  ຢູ່ ສະໜາມບິນສາກົນ Incheon, ສ.ເກົາຫຼີ ໃນວັນທີ 21 ສິງຫາ (ພາບ: Yonhap/AP)

ວັນທີ 14 ກັນຍາ ທູດພິເສດ ອາເມລິກາ ຮັບຜິດຊອບກ່ຽວກັບ ສປປ.ເກົາຫຼີ Sung Kim ໄດ້ມີການພົບປະກັບເຈົ້າໜ້າທີ່ຂອງ ສ.ເກົາຫຼີ ແລະ ຍີ່ປຸ່ນ ໃນຄວາມມານະພະຍາຍາມແກ້ໄຂບັນຫາຈົນຕາແຈໃນການເຈລະຈາ ກັບ ສປປ.ເກົາຫຼີ ເຊິ່ງກ່ຽວຂ້ອງເຖິງຄວາມມັກໃຫຍ່ໄຝ່ສູງກ່ຽວກັບນິວເຄຼຍ ຂອງປະເທດນີ້. ການພົບປະຖືກດຳເນີນພາຍຫຼັງທີ່ ສປປ.ເກົາຫຼີ ປະກາດປະຕິບັດການຍິງລູກສອນໄຟໄລຍະໄກສຳເລັດເປັນເວລາໜຶ່ງວັນ.

         ໃນຖະແຫຼງການວັນທີ 14 ກັນຍາ, ທ່ານ Sung Kim ໃຫ້ຮູ້ວ່າ ອາເມລິກາ ຫວັງວ່າ ພຽງຢາງ ຈະມີການກະທົບຕອບທີ່ຕັ້ງໜ້າກ່ຽວກັບຂໍ້ສະເໜີກ່ຽວຂ້ອງເຖິງໂຄງການ ອາວຸດນິວເຄຼຍ ແລະ ລູກສອນໄຟນຳວິຖີຂອງປະເທດນີ້.  ທ່ານ Sung Kim ກໍໃຫ້ຮູ້ວ່າ ທ່ານ ພ້ອມດ້ວຍຄູ່ຕຳແໜ່ງ ຍີ່ປຸ່ນ ແລະ ສ.ເກົາຫຼີ ໄດ້ເຫັນດີຈະສືບຕໍ່ເດີນຕາມເສັ້ນທາງການທູດ ແຕ່ເປົ້າໝາຍຕົ້ນຕໍ ຍັງຄົງແມ່ນ ສ້າງແຫຼມເກົາຫຼີ ປອດນິວເຄຼຍຢ່າງສິ້ນເຊີງ.

ນັກຂ່າວ VOV ປະຈຳ ອາເມລິກາ


ຕອບກັບ

ຂ່າວ/ບົດ​ອື່ນ