ອາ​ເມ​ລິກ​າ ຮ່ວມ​ມື​ໃນ​ການ​ເພີ່ມ​ທະ​ວ​ີ​ດ້​ານ​ການ​ເງິນ​ໃຫ້​ແກ່​ພື​້ນ​ຖານ​ໂຄງ​ລ່າງ ຫວຽດ​ນາມ

(VOVWORLD) - ວັນທີ 06 ພະຈິກ, ກະຊວງການເງິນ ຫວຽດນາມ ແລະ ກະຊວງການເງິນ ອາເມລິກາ ໄດ້ລົງນາມໃນກອບການຮ່ວມມືເພີ່ມທະວີດ້ານການເງິນໃຫ້ແກ່ພື້ນຖານໂຄງລ່າງ. 
ອາ​ເມ​ລິກ​າ ຮ່ວມ​ມື​ໃນ​ການ​ເພີ່ມ​ທະ​ວ​ີ​ດ້​ານ​ການ​ເງິນ​ໃຫ້​ແກ່​ພື​້ນ​ຖານ​ໂຄງ​ລ່າງ ຫວຽດ​ນາມ - ảnh 1

ທ່ານ ເຈິ່ນຊວັນຮ່າ ລັດຖະມົນຕີກະຊວງການເງິນ ຫວຽດນາມ ແລະ ທ່ານ Michell Silk ຜູ້ຊ່ວຍວຽກປະຈຳກະຊວງການເງິນອາເມລິກາ ລົງນາມເຂົ້າກອບການຮ່ວມມື (ພາບ: TTXVN)

ນີ້ແມ່ນຂອບເຂດການຮ່ວມມືລະຫວ່າງກະຊວງການເງິນ ສອງປະເທດເພື່ອໃນໃສ່ເປົ້າໝາຍປະກອບສ່ວນເຂົ້າໃນການລະດົມ ແລະ ຍາດແຍ່ງແຫຼ່ງທຶນພາກເອກະຊົນ ແລະ ພັດທະນາຕະຫຼາດການເງິນໃຫ້ແກ່ພື້ນຖານໂຄງລ່າງ ຂອງ ຫວຽດນາມ.

ທ່ານ ເຈິ່ນຊວັນຮ່າ ຮອງລັດຖະມົນຕີກະຊວງການເງິນໃຫ້ຮູ້ວ່າ:

ປັດຈຸບັນ, ຫວຽດນາມມີຄວາມຕ້ອງການທຶນຢ່າງ ໃຫຍ່ຫຼວງໃຫ້ແກ່ບັນດາພື້ນຖານໂຄງລ່າງ. ໃນນັ້ນບັນດາຂົງເຂດຄື ພະລັງງານ, ຂົວທາງ, ການບິນ, ການສະໜອງນ້ຳສະອາດ, ການບຳບັດສິ່ງເສດເຫຼືອ, ນ້ຳເສຍ ແມ່ນບັນດາຂົງເຂດທີ່ສຳຄັນທີ່ສຸດສຳລັບພື້ນຖານເສດຖະກິດ ຫວຽດນາມ. ພວກຂ້າພະເຈົ້າມີຄວາມຫວັງວ່າ ການປະຕິບັດການຮ່ວມມືລະຫວ່າງ ກະຊວງການເງິນ ຫວຽດນາມ ແລະ ກະຊວງການເງິນ ອາເມລິກາຈະປະກອບສ່ວນສ້າງກົນໄກນະໂຍບາຍເພື່ອລະດົມບັນດາແຫຼ່ງທຶນຈາກພາກເອກະຊົນ ແລ ພັດທະນາຕະຫຼາດການເງິນ ເພື່ອການພັດທະນາພື້ນຖານໂຄງລ່າງຂອງ ຫວຽດນາມໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ