ອາເມລິກາ ຮຽກຮ້ອງໃຫ້ ຈີນ ຈົ່ງລະງັບໃຈປະຕິກິລິຍາຕໍ່ເລື່ອງການນຳ ໄຕ້ຫວັນ ພົບປະກັບປະທານສະພາຕ່ຳ ອາເມລິກາ

(VOVWORLD) -ວົງການເຈົ້າໜ້າທີ່ ອາເມລິກາ ຖະແຫຼງວ່າ ເລື່ອງການນຳ ໄຕ້ຫວັນ ໄປຜ່ານແດນຢູ່ ອາເມລິກາ ໃນວັນທີ 05 ເມສາ “ບໍ່ແມ່ນເລື່ອງໃໝ່”, ພ້ອມທັງຮຽກຮ້ອງໃຫ້ ປັກກິງ ຈົ່ງລະງັບໃຈປະຕິກິຕິຍາທີ່ເກີນໄປ.
ອາເມລິກາ ຮຽກຮ້ອງໃຫ້ ຈີນ ຈົ່ງລະງັບໃຈປະຕິກິລິຍາຕໍ່ເລື່ອງການນຳ ໄຕ້ຫວັນ ພົບປະກັບປະທານສະພາຕ່ຳ ອາເມລິກາ - ảnh 1ທ່ານນາງ ທາຍອິງວວນ ການນຳ ໄຕ້ຫວັນ
(ພາບ: EPA-EFE)

        ວັນທີ 05 ເມສາ, ໂຄສົກທຳນຽບຂາວ Karine Jean Pierre ຢືນຢັນວ່າ, ອາເມລິກາ ມີຄວາມສະເໝີຕົ້ນສະເໝີປາຍຕໍ່ຫຼັກໝັ້ນຮຽກຮ້ອງໃຫ້ ຈີນ ຈົ່ງລະງັບໃຈປະຕິກິລິຍາຕໍ່ເລື່ອງທ່ານປະທານສະພາຕ່ຳ ອາເມລິກາ Kevin McCarthy ພົບປະກັບການນຳ ໄຕ້ຫວັນ ທ່ານນາງ ທາຍອິງວວນ ເມື່ອວັນທີ 05 ເມສາ ໃນຂະນະທີ່ຜ່ານແດນຢູ່ ອາເມລິກາ ກັບເມືອ ໄຕ້ຫວັນ ພາຍຫຼັງການໄປຢ້ຽມຢາມບາງປະເທດຢູ່ ອາເມລິກາ. ວົງການເຈົ້າໜ້າທີ່ ອາເມລິກາ ຖະແຫຼງວ່າ ເລື່ອງການນຳ ໄຕ້ຫວັນ ໄປຜ່ານແດນຢູ່ ອາເມລິກາ ໃນວັນທີ 05 ເມສາ “ບໍ່ແມ່ນເລື່ອງໃໝ່”, ພ້ອມທັງຮຽກຮ້ອງໃຫ້ ປັກກິງ ຈົ່ງລະງັບໃຈປະຕິກິຕິຍາທີ່ເກີນໄປ.

        ກ່ອນໜ້ານັ້ນ, ໂຄສົກກະຊວງການຕ່າງປະເທດ ຈີນ ໝາວໜິງ ຖະແຫຼງວ່າ, ຈີນ ຄັດຄ້ານຢ່າງແຮງຕໍ່ເລື່ອງ ອາເມລິກາ ຊັບຊ້ອນໃຫ້ທ່ານນາງ ທາຍອິງວວນ ຜ່ານແດນຂອງປະເທດນີ້ ກໍຄືດຳເນີນການພົບປະກັບທ່ານປະທານສະພາຕ່ຳ ອາເມລິກາ Kevin McCarthy, ເຊິ່ງເປັນເຈົ້າໜ້າທີ່ຂັ້ນສູງທີ 3 ຂອງ ອາເມລິກາ. ຈີນ ຈະຕິດຕາມສະພາບການຢ່າງໃກ້ຊິດ, ຢືດໝັ້ນປົກປັກຮັກສາອະທິປະໄຕ ແລະ ຜືນແຜ່ນດິນຢ່າງຄົບຖ້ວນ.

ຕອບກັບ

ຂ່າວ/ບົດ​ອື່ນ