ອາເມລິກາ ຮຽກຮ້ອງໃຫ້ເພີ່ມປະລິມານການຜະລິດນ້ຳມັນ ແລະ ອາຍແກັດໃນທົ່ວໂລກ

(VOVWORLD) - ທ່ານປະທານາທິບໍດີ Joe Biden ໄດ້ຮຽກຮ້ອງໃຫ້ບັນດາບໍລິສັດສະໜອງພະລັງງານທົ່ວໂລກ, ທັງ OPEC ກໍ່ຄືບັນດາບໍລິສັດຜະລິດນ້ຳມັນ
ອາເມລິກາ ຮຽກຮ້ອງໃຫ້ເພີ່ມປະລິມານການຜະລິດນ້ຳມັນ ແລະ ອາຍແກັດໃນທົ່ວໂລກ - ảnh 1
(ພາບປະກອບຈາກ AFP/TTXVN)

ອຳນາດການປົກຄອງຂອງທ່ານປະທານາທິບໍດີ ອາເມລິກາ Joe Biden ຮຽກຮ້ອງໃຫ້ບັນດາບໍລິສັດນ້ຳມັນ ແລະ ອາຍແກັດ, ໃນນັ້ນມີອົງການບັນດາປະເທດສົ່ງອອກນ້ຳມັນ (OPEC) ເພີ່ມປະລິມານການຜະລິດເພື່ອຄວບຄຸມລາຄານ້ຳມັນທີ່ພວມປິນຂັ້ນໄດ.

        ເມື່ອແລກປ່ຽນກັບລາຍການ Union ຂອງຊ່ອງໂທລະພາບ CNN ໃນວັນທີ 19 ມິຖຸນາ, ທ່ານນາງ Jennifer Granholm, ລັດຖະມົນຕີກະຊວງພະລັງງານ ອາເມລິກາ ໃຫ້ຮູ້ວ່າ: ທ່ານປະທານາທິບໍດີ Joe Biden ໄດ້ຮຽກຮ້ອງໃຫ້ບັນດາບໍລິສັດສະໜອງພະລັງງານທົ່ວໂລກ, ທັງ OPEC ກໍ່ຄືບັນດາບໍລິສັດຜະລິດນ້ຳມັນ ແລະ ອາຍແກັດພາຍໃນປະເທດ ເພີ່ມປະລິມານການຜະລິດ. ຄາດວ່າ, ທ່ານປະທານາທິບໍດີ Joe Biden ຈະພົບປະກັບທ່ານ Mohammed bin Salman, ອົງມົງກຸດລາຊະກຸມມານ ອາຣັບບິ ຊາອະດິ ເພື່ອປຶກສາຫາລືບັນຫາພະລັງງານ.

        ເພື່ອແນໃສ່ຮັບມືກັບສະພາບລາຄາເພີ່ມຂຶ້ນສູງຄືໃນປະຈຸບັນຢູ່ ອາເມລິກາ, ທ່ານປະທານາທິບໍດີ Joe Biden ກໍ່ພວມຮຽກຮ້ອງໃຫ້ບັນດານັກບໍລິຫານນ້ຳມັນແຖວໜ້າເພີ່ມທະວີການສະໜອງນ້ຳມັນແອັດຊັງ, ນ້ຳມັນກາຊວນ ແລະ ບັນດາຜະລິດຕະພັນນ້ຳມັນອື່ນໆໃນຕະຫຼາດ.

ຕອບກັບ

ຂ່າວ/ບົດ​ອື່ນ