ອາເມລິກາ ເຈລະຈາ ຊອກຫາວິທີແກ້ໄຂບັນຫາປິດປະຕູລັດຖະບານ

(VOVWORLD) -ມາຮອດປັດຈຸບັນ ມີພະນັກງານສະຫະລັດ ປະມານ 800 ຄົນ ຖືກຜົນສະທ້ອນ ຍ້ອນ ¼ ຈໍານວນອົງການລັດຖະບານສະຫະລັດຢຸດຕິການເຄື່ອນໄຫວພາຍໃນ 2 ອາທິດຜ່ານມາ.

ວັນທີ 5 ມັງກອນ, ທ່ານຮອງປະທານາທິບໍດີ ອາເມລິກາ Mike Pence  ພ້ອມດ້ວຍ ທ່ານ Jared Kushner ທີ່ປຶກສາຂັ້ນສູງ ຂອງທໍານຽບຂາວ ແລະ ທ່ານ Kristjen Nielsen ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບພາຍໃນ ໄດ້ເຂົ້າຮ່ວມການປຶກສາຫາລື ກັບ ຜູ້ຕາງໜ້າພັກປະຊາທິປະໄຕ ກ່ຽວກັບສະພາບຈົນຕາແຈໃນປັດຈຸບັນ ທີ່ພາໃຫ້ລັດຖະບານຕ້ອງຢຸດຕິການເຄື່ອນໄຫວວຽກງານຂອງບາງອົງການ. ເຖິງຢ່າງໃດກໍຕາມ, ສອງຝ່າຍຍັງບໍ່ທັນຊອກຫາໄດ້ວິທີແກ້ໄຂໃຫ້ສະພາບຈົນຕາແຈນັ້ນເທື່ອ ແລະ ສືບຕໍ່ປຶກສາຫາລືໃນວັນທີ 06 ມັງກອນ.

        ປັດຈຸບັນ, ສະພາບການລັດຖະບານ ອາເມລິກາ ຕ້ອງຢຸດຕິການເຄື່ອນໄຫວຂອງບາງອົງການນີ້ ໄດ້ແກ່ຍາວມາເປັນເວລາ 15 ວັນແລ້ວ, ຍ້ອນທ່ານປະທານາທິບໍດີ ອາເມລິກາ Donald Trump  ຢຶດໝັ້ນຕໍ່ຫຼັກໝັ້ນທີ່ວ່າ ຈະບໍ່ສະໜັບສະໜູນຮ່າງກົດໝາຍອະນຸຍາດໃຫ້ລັດຖະບານກັບຄືນສູ່ການເຄື່ອນໄຫວເປັນປົກກະຕິ ຂອງຝ່າຍພັກປະຊາທິປະໄຕ ເວັ້ນເສຍແຕ່ເມື່ອ ສະພາແຫ່ງຊາດ ເບີກຈ່າຍງົບປະມານກວ່າ 5 ຕື້ USD ເພື່ອກໍ່ສ້າງກໍາແພງເຂດຊາຍແດນກັບ ເມກຊີໂກ. ມາຮອດປັດຈຸບັນ ມີພະນັກງານສະຫະລັດ ປະມານ 800 ຄົນ ຖືກຜົນສະທ້ອນ ຍ້ອນ ¼ ຈໍານວນອົງການລັດຖະບານສະຫະລັດຢຸດຕິການເຄື່ອນໄຫວພາຍໃນ 2 ອາທິດຜ່ານມາ.


ຕອບກັບ

ຂ່າວ/ບົດ​ອື່ນ