ອາເມລິກາ ເພີ່ມທະວີການປ້ອງກັນຄວາມສະຫງົບໃນຖ້ຽວລົດໄຟຢູ່ ນິວຢອກ

(VOVWORLD) - ອົງການຂົນສົ່ງຕົວເມືອງ, ຫົວໜ່ວຍບໍລິຫານລະບົບເສັ້ນທາງລົດໄຟ ແລະ ບັນດາເສັ້ນທາງລົດໄຟຟ້າໃຕ້ດິນຢູ່ ອາເມລິກາ ໄດ້ໃຫ້ຮູ້ວ່າ ຈະເພີ່ມທະວີການກວດກະເປົາ
ອາເມລິກາ ເພີ່ມທະວີການປ້ອງກັນຄວາມສະຫງົບໃນຖ້ຽວລົດໄຟຢູ່ ນິວຢອກ - ảnh 1 ພາບຈາກສຳນັກຂ່າວສານ ຫວຽດນາມ

ບັນດາອົງການມີໜ້າທີີ່ຮັບຜິດຊອບ ອາເມລິກາ ໄດ້ເພີ່ມທະວີການປ້ອງກັນຄວາມສະຫງົບຢູ່ບັນດາລະບົບລົດໄຟຟ້າໃຕ້ດິນ ແລະ ລົດໄຟ ຢູ່ນິວຢອກ ພາຍຫຼັງເກີດເຫດວາງລະເບີດຢູ່ສະຖານີລົດໄຟຟ້າໃຕ້ດິນ Parsons Green, ທີ່ນະຄອນຫຼວງ ລອນດອນ, ປະເທດ ອັງກິດ ໃນຕອນເຊົ້າວັນທີ 15 ກັນຍາ. ອົງການຂົນສົ່ງຕົວເມືອງ, ຫົວໜ່ວຍບໍລິຫານລະບົບເສັ້ນທາງລົດໄຟ ແລະ ບັນດາເສັ້ນທາງລົດໄຟຟ້າໃຕ້ດິນຢູ່ ອາເມລິກາ ໄດ້ໃຫ້ຮູ້ວ່າ ຈະເພີ່ມທະວີການກວດກະເປົາ, ຈັດສົ່ງຕຳຫຼວດລາດຕະເວນໃນບັນດາຖ້ຽວລົດໄຟ ເພື່ອສະກັດກັ້ນໄຟເກີດບັນດາເຫດບຸກໂຈມຕີ. ທ່ານ Andrew Cuomo, ຜູ້ວ່າການລັດ ນິວຢອກ ກໍ່ໄດ້ຊີ້ນຳໂດຍກົງບັນດາອົງການກ່ຽວຂ້ອງເພີ່ມທະວີຄວາມປອດໄພຢູ່ບັນດາສະໜາມບິນ, ຂົວແຫ່ງຕ່າງໆ, ເສັ້ນທາງໃຕ້ດິນ ແລະ ບັນດາສະຖານທີ່ອື່ນໆອີກ.

ຕອບກັບ

ຂ່າວ/ບົດ​ອື່ນ