ອາເມລິກາ ແລະ ຟີລິບປິນ ສ້າງແຜນການຊ້ອມຮົບຮ່ວມດ້ວຍຂະໜາດໃຫຍ່ກວ່າໝູ່ນັບແຕ່ກ່ອນມາຮອດປະຈຸບັນ

(VOVWORLD) -ມີນາຍທະຫານ ຟີລິບປິນ ແລະ ອາເມລິກາ ເກືອບ 9.000 ຄົນ ເຂົ້າຮ່ວມການຊ້ອມຮົບທີ່ແກ່ຍາວເປັນເວລາ 12 ວັນຢູ່ເກາະ Luzon ຂອງ ຟີລິບປິນ.
ອາເມລິກາ ແລະ ຟີລິບປິນ ສ້າງແຜນການຊ້ອມຮົບຮ່ວມດ້ວຍຂະໜາດໃຫຍ່ກວ່າໝູ່ນັບແຕ່ກ່ອນມາຮອດປະຈຸບັນ - ảnh 1(ພາບປະກອບ: Navy Recognition)

ວັນທີ 22 ມີນາ, ວົງການເຈົ້າໜ້າທີ່ ອາເມລິກາ ໄດ້ແຈ້ງໃຫ້ຊາບວ່າ, ປະເທດນີ້ ແລະ ຟີລິບປິນ ຈະເລີ່ມດຳເນີນການຊ້ອມຮົບຮ່ວມດ້ວຍຂອບຂະໜາດໃຫຍ່ສຸດເຊິ່ງທີ່ບໍ່ເຄີຍມີມາກ່ອນຢູ່ ຟີລິບປິນ ໃນອາທິດຈະມາເຖິງ, ເພື່ອແນໃສ່ສະແດງການພົວພັນດ້ານປ້ອງກັນຊາດລະຫວ່າງ 2 ປະເທດ.

ຕາມນັ້ນແລ້ວ, ຈະມີນາຍທະຫານ ຟີລິບປິນ ແລະ ອາເມລິກາ ເກືອບ 9.000 ຄົນ ເຂົ້າຮ່ວມການຊ້ອມຮົບທີ່ແກ່ຍາວເປັນເວລາ 12 ວັນຢູ່ເກາະ Luzon ຂອງ ຟີລິບປິນ. ການຊ້ອມຮົບປີນີ້ເລີ່ມແຕ່ວັນທີ 28 ມີນາ, ລວມທັງບັນດາເນື້ອໃນຄື ຄວາມໝັ້ນຄົງທາງທະເລ, ການຊ້ອມຮົບຍິງລູກປືນແທ້, ຕ້ານການກໍ່ການຮ້າຍ ແລະ ໜູນຊ່ວຍມະນຸດສະທຳ - ການກູ້ໄພທາງທຳມະຊາດ.

ຜູ້ບັນຊາການກອງພົນທະຫານເຮືອຍົກພົນຂຶ້ນບົກເລກ 3 ຂອງ ອາເມລິກາ, ພົນຈັດຕະວາ Jay Bargeron ໃຫ້ຮູ້ວ່າ 2 ຝ່າຍຈະພ້ອມກັນຊ້ອມຮົບເພື່ອເປີດກວ້າງ ແລະ ຍົກສູງບັນດາຍຸດທະວິທີ, ເຕັກນິກ ແລະ ຂັ້ນຕອນລວມ ເພື່ອແນໃສ່ເພີ່ມທະວີກຳລັງຄວາມສາມາດຮັບມື ກໍຄືການກຽມພ້ອມຮັບມືກັບສິ່ງທ້າທາຍໃນຕົວຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ